ໂທລະເລກຊົມເຊີຍວັນຊາດສ.ໂປໂລຍ

(vovworld) –  ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນຊາດ - ວັນ​ລັດຖະທຳ​ມະນູນ ສ. ​ໂປ​ໂລ​ຍ (3/5/1791 – 3/5/2014), ວັນ​ທີ 2/5/2014, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ໂທລະ​ເລກຊົມ​ເຊີຍ​ໄປ​ຍັງ​ທ່ານ​ປະທານາທິບໍດີ ສ. ​ໂປ​ໂລ​ຍ Bronislaw Komorowski.

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ກໍ່​ໄດ້​ຝາກ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານ​ນາຍົກລັດຖະມົນຕີ ສ. ​ໂປ​ໂລ​ຍ Donald Tusk.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ກໍ່​ໄດ້ຝາກ​ໂທລະ​ເລ​ກ ​ຊົມ​ເຊີຍ​ເຖິງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ. ​ໂປ​ໂລ​ຍ Radoslaw Sikorski.

 

ຂ່າວ/ບົດ​ອື່ນ