ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ ລັດ, ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບອ​ປະ​ຕິ​​ເຫດ​ເຮືອ​ບິນ​ຕົກ​ຢູ່ ຈີນ

(VOVWORLD) -ຕອນແລງວັນທີ 21 ມີນາ, ເຮືອບິນໝາຍເລກ MU5735 ຂອງບໍລິສັດການບິນ China Eastern Airlines ມີຜູ້ໂດຍສານ 132 ຄົນ  ໄດ້ປະສົບອຸປະຕິເຫດຢູ່ນະຄອນອູໂຈ່ວ, ເຂດປົກຄອງດ້ວຍຕົນເອງເຜົ່າຈວາງ ກວາງຊີ, ຈີນ.
ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ ລັດ, ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບອ​ປະ​ຕິ​​ເຫດ​ເຮືອ​ບິນ​ຕົກ​ຢູ່ ຈີນ - ảnh 1ເຮືອບິນໝາຍເລກ MU5735 ຂອງບໍລິສັດການບິນ China Eastern Airlines ມີຜູ້ໂດຍສານ 132 ຄົນ  ໄດ້ປະສົບອຸປະຕິເຫດຢູ່ນະຄອນອູໂຈ່ວ (ພາບ: ສຳນັກຂ່າວສານຊິນຮວາ)

ໂດຍໄດ້ຮັບຂ່າວງວ່າ ຕອນແລງວັນທີ 21 ມີນາ, ເຮືອບິນໝາຍເລກ MU5735 ຂອງບໍລິສັດການບິນ China Eastern Airlines ມີຜູ້ໂດຍສານ 132 ຄົນ  ໄດ້ປະສົບອຸປະຕິເຫດຢູ່ນະຄອນອູໂຈ່ວ, ເຂດປົກຄອງດ້ວຍຕົນເອງເຜົ່າຈວາງ ກວາງຊີ, ຈີນ, ວັນທີ 22 ມີນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວໄປຍັງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ ເຊັ່ນດຽວກັນ.

ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍໄດ້ສົ່ງໂທລະເລກຢື້ຢາມຖາມຂ່າຍໄປຍັງ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່.


ຕອບກັບ

ຂ່າວ/ບົດ​ອື່ນ