ໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ເລື່ອງພະບາດສົມເດັດພະເຈົ້າມະຫາຊີວິດໄທສະຫວັນນະຄົດ

ໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ເລື່ອງພະບາດສົມເດັດພະເຈົ້າມະຫາຊີວິດໄທສະຫວັນນະຄົດ - ảnh 1
ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ
 ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ ໄດ້ສະ​ຫວັນ​ນະ​ຄົດ
(ພາບ: AFP/TTXVN)

(vovworld) - ​ໂດຍ​ໄດ້​ຮັບ​ຂ່າວ​ວ່າ, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ ໄດ້ສະ​ຫວັນ​ນະ​ຄົດ​. ວັນ​ທີ 14/10, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ສົ່ງໂທລະ​ເລກ​ສະ​ແດ​ງຄວາມ​ເສົ້າ​ສະຫຼົດ​ໃຈ​​ເຖິງ​ພະ​ລາ​ຊີ​ນີ ສິລິ​ກິດ ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອ​ຈາ ​ແລະ ປະທານ​ສະພາ​ນິຕິບັນຍັດ​ໄທພອນ​ເພັດ ວິຊິດ​ຊົນ​ໄຊ. ​ໃນ​ໂທລະ​ເລກ​ມີ​ຕອນ​ຂຽນ​ວ່າ:

        ຜ່ານ 70 ປີ​ຂຶ້ນ​ຄອງ​ລາດຂອງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ, ລາຊະ​ອານາຈັກ ໄທ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ແຮງ, ​ແລະ ປະຊາຊົນ ​ໄທ​ມີ​ຊີວິດ​ອີ່ມ​ໜຳ​ສຳລານ ​ແລະ ມີ​ຄວາມ​ຜາ​ສຸກ. ​ໂດຍ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ​ໄທ, ຍາມ​ໃດ ຫວຽດນາມ​ກໍ່​ເຄົາລົບ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ ພະ​ອົງ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ​ໄທ ​ໃນ​ຊຸ່ມ​ປີຜ່ານມາ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພະ​ລາຊິນີ, ລາຊະ​ອານາຈັກ​ໄທ ​ແລະ ປະຊາຊົນ​ ໄທ ​ຈະ​ຜ່ານ​ຜ່າ​ການ​ສູນ​ເສຍ​ຢ່າງ​ໃຫຍ່​ຫຼວງ​ນີ້​ໂດຍ​ໄວ, ສືບ​ຕໍ່​ນຳ​ພາປະ​ເທດ​ໄທ​ພັດທະນາຢ່າງ​ແຮງ​ຄື​ດັ່ງ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ.

​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ກໍ່​ສົ່ງໂທລະ​ເລກ​ສະ​ແດ​ງຄວາມ​ເສົ້າ​ສະຫຼົດ​ໃຈ​​ເຖິງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ປະ​ມັດ​ວິ​ໃນ ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ