ໂບລີວີ ປາດຖະໜາຢາກເປີດກ້ວາງການຮ່ວມມືເສດຖະກິດກັບ ຫວຽດນາມ

(VOVWORLD) - ຫວ່າງແລ້ວນີ້, ທ່ານ ໂດບ໊າຄວາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊີນ ທັງຮັບຜິດຊອບດ້ານການທູດຢູ່ ໂບລີວີ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານປະທານາທິບໍດີ ໂບລີວີ Evo Morales.
ໂບລີວີ ປາດຖະໜາຢາກເປີດກ້ວາງການຮ່ວມມືເສດຖະກິດກັບ ຫວຽດນາມ - ảnh 1 ທ່ານປະທານາທິບໍດີ Evo Morales (ພາບ: AFP/TTXVN  )

ພາຍຫລັງພິທີຍື່ນສານແຕ່ງຕັ້ງຢູ່ທຳນຽບປະທານາທິບໍດີ ໂບລີວີ ແລ້ວ, ທ່ານປະທານາທິບໍດີ Evo Morales ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ໂດບ໊າຄວາ ຢ່າງອົບອຸ່ນ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ໂດບ໊າຄວາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ດ້ວຍຖານະຕຳແໜ່ງຂອງຕົນ, ຈະຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາການພົວພັນທີ່ເປັນມູນເຊື້ອ, ມິດຕະພາບ, ຮ່ວມມືອັນດີງາມລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດ. ທ່ານເອກອັກຄະລັດຖະທູດ ໂດບ໊າຄວາ ກໍ່ສະເໜີຕໍ່ທ່ານປະທານາທິບໍດີ Evo Morales ຊີ້ນຳບັນດາອົງການທີ່ກ່ຽວຂ້ອງເລີ່ມເຄື່ອນໄຫວກົນໄກປຶກສາຫາລືດ້ານການເມືອງ ແລະ ຄະນະກຳມະການລະຫວ່າງລັດຖະບານ 2 ປະເທດ; ສະເໜີລັດຖະບານ ໂບລີວີ ຮັບຮອງເອົາກົນໄກເສດຖະກິດການຕະຫລາດຂອງ ຫວຽດນາມ ໂດຍໄວ, ຖືນີ້ແມ່ນການສະໜັບສະໜູນດ້ານການເມືອງ ແລະ ຄວາມສາມັກຄີຂອງ ໂບລີວີ ສຳລັບວິວັດການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງຂອງ ຫວຽດນາມ.

        ສ່ວນທ່ານປະທານາທິບໍດີ Evo Morales ຫວັງວ່າ: ການພົວພັນລະຫວ່າງ 2 ປະເທດ ສືບຕໍ່ພັດທະນາໃນໄລຍະຈະມາເຖິງ, ພິເສດແມ່ນເປີດກ້ວາງການຮ່ວມມືທາງດ້ານເສດຖະກິດ. ທ່ານ Evo Morales ຮັບຮູ້ການສະເໜີຂອງທ່ານເອກອັກຄະລັດຖະທູດ ແລະ ຈະຮັບຮອງເອົາກົນໄກເສດຖະກິດການຕະຫລາດຂອງ ຫວຽດນາມ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ