ໂປໂລຍເພີ່ມທະວີການປ້ອງກັນຄວາມສະຫງົບໃຫ້ແກ່ກອງປະຊຸມສຸດຍອດNATO

ໂປໂລຍເພີ່ມທະວີການປ້ອງກັນຄວາມສະຫງົບໃຫ້ແກ່ກອງປະຊຸມສຸດຍອດNATO - ảnh 1
ນັກຮົບ ໂປໂລຍ ເຂົ້າຮ່ວມການຝຶກຊ້ອມ
(ພາບ: AFP/ສຳນັກຂ່າວສານຫວຽດນາມ)

(vovworld) – ​ໂປ​ໂລ​ຍ ​ໄດ້​ນຳ​ໃຊ້ລະດັບ​ການ​ຄວບ​ຄຸມ​ຊົ່ວຄາວ​ຢູ່​ເຂດ​ຊາຍ​ແດນຕິດ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ Schengen ກໍ່​ຄື​​ໂຈະ​ການ​ນຳ​ໃຊ້​ບັນດາ​ຂໍ້​ກຳນົດ​ດ້ານ​ການຄົມມະນາຄົມຊົ່ວຄາວ​ໃນ​ເຂດ​ຊາຍ​ແດນ​ຕິດກັບ​ແຂວງ Kaliningrad ຂອງ​ລັດ​ເຊຍ ​ແລະ ​ເຂດ​ຊາ​​ຍ​ແດນ​ຕິດກັບ​ຢູ​ແກຼນ. ບັນດາ​ມາດ​ຕະການ​ນີ້​ໄດ້​ຮັບ​ການ​ປະຕິບັດ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ນາ​ໂຕ ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 8 – 9/7 ຢູ່​ນະຄອນຫຼວງ Vacsava ກໍ່​ຄື​​ເຫດການງານ​ບຸນ​ຂອງ​ສາສະໜາ​ກາ​ໂຕ​ລິກ ​ເຊິ່ງຈະ​ຈັດ​ຕັ້ງ​​​ໃນວັນ​ທີ 26 – 31/7 ຢູ່​ນະຄອນ Krakow. ບັນດາ​ມາດ​ຕະການ​ຄວບ​ຄຸມ​ຢູ່ເຂດ​ຊາຍ​ແດນ​ຕິດກັບ​ບັນດາ​ປະ​ເທດ ​ເຢຍ​ລະ​ມັນ, ສ. ​ເຊັກ​ໂກ, ​Slovakia ຈະ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ມີ​ການ​ເລືອກ​ເຟັ້ນ​ສຳລັບ​ບັນດາ​ເປົ້າ​ໝາຍສະ​ເພາະ​ບົນ​ພື້ນຖານ​ການໄຈ້​ແຍກ​ບັນດາ​ຄວາມ​ສ່ຽງ ​ແລະ ຂໍ້​ມູນ​ຂ່າວ​ສານ​ໂດຍ​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ອື່ນໆ​ສະໜອງ​ໃຫ​້.


ຂ່າວ/ບົດ​ອື່ນ