ໂລກ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 125 ລ້ານ​ຄົນ, ຫຼາຍ​ປະ​ເທດ​ເອີ​ຣົບ​ຮັກ​ສາ​ຄຳ​ສັ່ງ​ປິດເມືອງ

(VOVWORLD) -ສະພາບການໂລກລະບາດໂຄວິດ - 19 ຢູ່ ເອີຣົບ ພວມມີການຜັນແປຢ່າງສັບສົນ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນເກືອບ 42 ລ້ານຄົນ. 
ໂລກ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 125 ລ້ານ​ຄົນ, ຫຼາຍ​ປະ​ເທດ​ເອີ​ຣົບ​ຮັກ​ສາ​ຄຳ​ສັ່ງ​ປິດເມືອງ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ກຳປູເຈຍ (ພາບ: AFP/TTXVN)

ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 25 ມີນາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 125,5 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 2,7 ລ້ານຄົນເສຍຊີວິດ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ ອາເມລິກາ ແມ່ນ 30,7 ລ້ານຄົນ, ໃນນັ້ນມີ 558.000 ຄົນ ເສຍຊີວິດ. ຖັດຈາກ ອາເມລິກາ ແມ່ນ ບຣາຊິນ ແລະ ອິນເດຍ.

        ໃນຂະນະນັ້ນ, ສະພາບການໂລກລະບາດໂຄວິດ - 19 ຢູ່ ເອີຣົບ ພວມມີການຜັນແປຢ່າງສັບສົນ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນເກືອບ 42 ລ້ານຄົນ. ຕໍ່ໜ້າສະພາບການດັ່ງກ່າວ, ຫຼາຍປະເທດເອີຣົບ ໄດ້ຈັດວາງມາດຕະການຈຳກັດໃໝ່. ໃນນັ້ນ, ນ໋ອກແວ ໄດ້ຮຽກຮ້ອງໃຫ້ຄົນເຂົ້າອອກເມືອງປະເທດນີ້ ຖ້າບໍ່ມີວຽກງານຈຳເປັນ ກໍ່ຈະຕ້ອງປະຕິບັດການແຍກຕົວເປັນເວລາ 10 ວັນແທນໃຫ້ 3 ວັນຄືກ່ອນນີ້.  ສ່ວນຝລັ່ງ ໄດ້ເພີ່ມເຕີມ ເຂດ Rhone, Aube ແລະ Nievre ເຂົ້າໃນບັນຊີລາຍຊື່ບັນດາເຂດທີ່ມີຄວາມສ່ຽງແຜ່ລະບາດສູງ, ຕ້ອງໄດ້ຮັບການຕິດຕາມຢ່າງໃກ້ຊິດ ແລະ ຈະຕ້ອງຈັດວາງບັນດາມາດຕະການຈຳກັດໃນສະພາບການທີ່ໂລກລະບາດພວມມີສັນຍານຮ້າຍແຮງຂຶ້ນໃນທົ່ວປະເທດ ຝລັ່ງ. ແຕ່ກົງກັນຂ້າມກັບ ຝລັ່ງ ແລະ ນ໋ອກແວ, ສະວິດ ໄດ້ປະກາດວ່າ ນັບແຕ່ວັນທີ 31 ມີນາ ຈະມາເຖິງ, ປະເທດນີ້ ຈະຢຸດຕິການຫ້າມຜູ້ຄົນຢູ່ ນ໋ອກແວ ແລະ ແດນມາກ ເຂົ້າເມືອງຂອງຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ