ໂລກຕ້ອງການເວລາປະມານ 70 ປີເພື່ອລົບລ້າງການຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການສ້າງລາຍຮັບ

(VOVWORLD) - ໃນຂອບຂະໜາດທົ່ວໂລກ, ລາຍຮັບສະເລ່ຍຂອງເພດຍິງແມ່ນຕ່ຳກ່ວາເມື່ອທຽບໃສ່ເພດຊາຍປະມານ 23%.

ປັດຈຸບັນ, ໂລກຕ້ອງການເວລາປະມານ 70 ປີ ເພື່ອຢຸດຕິສະພາບການດັ່ງກ່າວ ແລະ 2 ເພດຈະມີລະດັບລາຍຮັບເທົ່າທຽບກັນ. ວັນທີ 07 ມີນາ, ອົງການສະຖິຕິ Eurostat ຂອງ ເອີຣົບ ໃຫ້ຮູ້ວ່າ: ລາຍຮັບສະເລ່ຍຂອງເພດຍິງຢູ່ບັນດາປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ແມ່ນຕ່ຳກ່ວາເພດຊາຍປະມານ 16% ໃນປີ 2016. ຢູ່ ເອີຣົບ, ເຢຍລະມັນ ແລະ ອັງກິດ ແມ່ນຢືນແຖວໜ້າໃນຕາຕະລາງຈັດອັນດັບກ່ຽວກັບຄວາມຜິດດ່ຽງໃນລາຍຮັບລະຫວ່າງ ຊາຍ ແລະ ຍິງ - ຂຶ້ນເຖິງ 21%.

        ແລະກໍ່ໃນວັນດຽວກັນ, ບົດລາຍງານໂດຍອົງການແຮງງານສາກົນ (ILO) ຊີ້ໃຫ້ເຫັນວ່າ ໂລກບັນລຸໄດ້ບາງຄວາມກ້າວໜ້າໃນການຮັດແຄບສະພາບຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍໃນ 20 ປີ ຜ່ານມາ, ແຕ່ເພດຍິງຍັງມີໂອກາດໄດ້ສຳຜັດກັບວຽກເຮັດງານທຳໜ້ອຍກ່ວາ. ບົດລາຍງານ “ແງ່ຫວັງສັງຄົມ ແລະ ວຽກເຮັດງານທຳຂອງໂລກ: ບັນດາທ່າອ່ຽງໃຫ້ແມ່ຍິງປີ 2018 - ຄວາມຮູ້ເບື້ອງຕົ້ນ” ໃຫ້ຮູ້ວ່າ: ອັດຕາສ່ວນແມ່ຍິງເຂົ້າຮ່ວມກຳລັງແຮງງານທົ່ວໂລກແມ່ນ 48,5% ໃນປີ 2018 ຕ່ຳກ່ວາ 26,5% ເມື່ອທຽບໃສ່ອັດຕາສ່ວນຂອງເພດຊາຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ