ໂລກພວມປະເຊີນຫນ້າກັບວິກິດການຫນີ້ສິນຄັ້ງທີ 5

(VOVWORLD) -ທ່ານ David Malpass ປະທານທະນາຄານໂລກ WB ຮຽກຮ້ອງປະຊາຄົມສາກົນຫນູນຊ່ວຍບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກໃຫ້ຫລາຍກວ່າ 

ໂລກພວມປະເຊີນຫນ້າກັບວິກິດການຫນີ້ສິນຄັ້ງທີ 5. ນີ້ແມ່ນຂໍ້ສັງເກດຂອງທ່ານ David Malpass ປະທານທະນາຄານໂລກ WB ຍົກອອກມາໃນວັນທີ 7 ຕຸລາ. ຕາມທ່ານປະທານ WBແລ້ວ, ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ຫລາຍປະເທດ ຕ້ອງກູ້ຢືມເງິນຫລາຍກວ່າ ແລະ WB ກໍ່ຄື ກອງທຶນເງິນຕາສາກົນ IMF ເຕືອນວ່າ ຫລາຍປະເທດພວມປະເຊີນຫນ້າ ຫລື ມີຄວາມສ່ຽງຕິດຫນີ້ໃນສະພາບໄພເງິນເຟີ້ທົ່ວໂລກເພີ່ມຂຶ້ນ ແລະ ອັດຕາດອກເບ້ຍສູງ. ທ່ານ David Malpass ປະທານທະນາຄານໂລກ WB ຮຽກຮ້ອງ ປະຊາຄົມສາກົນຫນູນຊ່ວຍບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກໃຫ້ຫລາຍກວ່າ ກໍ່ຄືຄວາມ ໂປ່ງໃສກວ່າໃນບ້ວງຫນີ້ສິນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ