ໂລກຢັ້ງ​ຢືນກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ 19 ລວມ 3 ລ້ານ​ຄົນ​ໃນ​ມື້​ໜຶ່ງ

(VOVWORLD) -ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຜູ້ຕິດເຊື້ອພະຍາດໃໝ່ເກືອບ 795.600 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 2.114 ຄົນ, ຖັດຈາກນັ້ນແມ່ນ ລັດເຊຍ ແລະ ອິນເດຍ.
ໂລກຢັ້ງ​ຢືນກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ 19 ລວມ 3 ລ້ານ​ຄົນ​ໃນ​ມື້​ໜຶ່ງ - ảnh 1

 (ພາບປະກອບ: TTXVN)

   ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 2 ໂມງເຊົ້າຂອງວັນທີ 15 ມັງກອນ (ຕາມເວລາ UTC), ໂລກໄດ້ຮັບຮູ້ກ່ວາ 324 ລ້ານຄົນຕິດເຊື້ອພະຍາດໂຄວິດ 19, ໃນນັ້ນມີຜູ້ເສຍຊີວິດເກືອບ 5.55 ຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໃໝ່ກ່ວາ 3.16 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຜູ້ຕິດເຊື້ອພະຍາດໃໝ່ເກືອບ 795.600 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 2.114 ຄົນ, ຖັດຈາກນັ້ນແມ່ນ ລັດເຊຍ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ