ໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກ່ວາ 410,5 ລ້ານຄົນ.

(VOVWORLD) -ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກ່ວາ 1,8 ລ້ານຄົນ ແລະ ຫຼາຍກ່ວາ 7100 ຄົນເສຍຊີວິດ
ໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກ່ວາ 410,5 ລ້ານຄົນ.  - ảnh 1ພາບປະກອບ

   ຍອດຈຳນວນຜູ້ຕິດເຊື້ອນັບແຕ່ເວລາເລີ່ມເກີດໂລກລະລາດມາຮອດປະຈຸບັນໄດ້ລື່ນກາຍຕົວເລກ 410,5ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກ່ວາ 5,8 ລ້ານຄົນ. 3 ປະເທດທີ່ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກ່ວາໝູ່ໃນໂລກ ໃນ 24 ຊົ່ວໂມງທີ່ຜ່ານມາ ແມ່ນລັດເຊຍ,ເຢຍລະມັນ ແລະ ບຣາຊິວ. ໃນຂະນະນັ້ນ 3 ປະເທດທີ່ມີ ຜູ້ເສຍຊີວິດຫຼາຍກ່ວາໝູ່ໃນ 24 ຊົ່ວໂມງທີ່ຜ່ານມາ, ນັ້ນແມ່ນບຣາຊິວ, ລັດເຊຍ ແລະ ອາເມລິກາ. ນັບແຕ່ເລີ່ມເກີດໂລກລະບາດມາຮອດປະຈຸບັນ, ອາເມລິກາໄດ້ຢັ້ງຢືນມີ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກ່ວາໝູ່ດ້ວຍຫຼາຍກ່ວາ 79,2 ລ້ານຄົນ, ໃນນັ້ນຫຼາຍກ່ວາ 942.000ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ອີນເດຍ ແລະ ບຣາຊິວ.

ຕອບກັບ

ຂ່າວ/ບົດ​ອື່ນ