ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ

(VOVWORLD) -ເພື່ອແນໃສ່ຮັບມືກັບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ບັນດາປະເທດໃນທົ່ວໂລກ ສືບຕໍ່ເພີ່ມທະວີການສັກວັກຊິນກັນໂຄວິດ - 19.
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ - ảnh 1ປະຊາຊົນໃສ່ຜ້າອັດປາກ - ອັດດັງ ຢູ່ ປາຣີ, ຝລັ່ງ (ພາບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 21 ມັງກອນ (ຕາມເວລາ ຫວຽດນາມ), ໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 342 ລ້ານຄົນ ແລະ ມີຜູ້ເສຍຊີວິດ ເກືອບ 5,6 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດໂຄວິດ - 19. ຖັດຈາກນັ້ນແມ່ນ ບັນດາປະເທດຄື: ຝລັ່ງ, ອິນເດຍ, ອີຕາລີ ແລະ ບຣາຊິນ.

ເພື່ອແນໃສ່ຮັບມືກັບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ບັນດາປະເທດໃນທົ່ວໂລກ ສືບຕໍ່ເພີ່ມທະວີການສັກວັກຊິນກັນໂຄວິດ - 19. ໂອຕາລິດກາຍເປັນປະເທດທຳອິດ ຢູ່ເອີລົບ ທີ່ຮັບຮອງເອົາຂໍ້ກຳນົດບັງຄັບສັກວັກຊິນໃຫ້ແກ່ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປນັບແຕ່ກາງເດືອນມີນາຈະມາເຖິງ. ຢູ່ ອີຕາລີ, ລັດຖະບານ ປະເທດນີ້ ສືບຕໍ່ຮັດແໜ້ນບັນດາຂໍ້ກຳນົດກ່ຽວກັບບັດຂຽວ, ໃບຢັ້ງຢືນການສັກວັກຊິນທັງແບບທຳມະດາ ແລະ ດີຈີຕອນ, ໃບຢັ້ງຢືນການສັກວັກຊິນໃບແຈ້ງຜົນກວດເປັນລົບ ແລະ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຈາກໂຄວິດ - 19. ອິດສະລາແອັນ ໄດ້ຕັດສິນໃຈຜັນຂະຫຍາຍການສັກວັກຊິນເຂັມທີ 3 ໃຫ້ແກ່ ເດັກນ້ອຍ ທີ່ມີອາຍຸແຕ່ 5 – 11 ປີ ເຊິ່ງຂຶ້ນກັບກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ