ໂລກ​ລະ​ບາ​ດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 29 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 217 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,5 ລ້ານຄົນ.
ໂລກ​ລະ​ບາ​ດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ

ຕອນຄ່ຳວັນທີ 29 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 28 ສິງຫາ ຫາ ເວລາ 18 ໂມງຂອງວັນທີ 29 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ ຕື່ມອີກ 12.663 ຄົນ, ມີ 8.813 ຄົນໄດ້ຮັບການປິ່ນປົວຫາຍດີ, 344 ຄົນເສຍຊີວິດ

ສ່ວນຢູ່ໃນໂລກ ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 29 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 217 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,5 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອ ຫຼາຍກ່ວາ 39,6 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 645.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ