ໂລກ​ລະ​ບາດ​ໂຄວິດ - 19 ​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຢູ່ ເອີ​ລົບ

(VOVWORLD) -ເອີລົບ ສືບຕໍ່ປະເຊີນໜ້າກັບການແຜ່ລະບາດໂຄວິດ - 19 ຮອບໃໝ່ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນສູງ ໃນສະພາບການລະດູໜາວ ພວມສ້າງເງື່ອນໄຂທີ່ສະດວກໃຫ້ແກ່ ການແຜ່ລະບາດຂອງໂລກລະບາດໂຄວິດ - 19.
ໂລກ​ລະ​ບາດ​ໂຄວິດ - 19 ​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຢູ່ ເອີ​ລົບ - ảnh 1ພາບປະກອບ: THX/ TTXVN

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 26 ພະຈິກ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດຫຼາຍກ່ວາ 260 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 5,2 ລ້ານຄົນ.

ເອີລົບ ສືບຕໍ່ປະເຊີນໜ້າກັບການແຜ່ລະບາດໂຄວິດ - 19 ຮອບໃໝ່ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນສູງ ໃນສະພາບການລະດູໜາວ ພວມສ້າງເງື່ອນໄຂທີ່ສະດວກໃຫ້ແກ່ ການແຜ່ລະບາດຂອງໂລກລະບາດໂຄວິດ - 19. ຕົວເລກສັງລວມຂອງສຳນັກຂ່າວສານ AFP (ຝລັ່ງ) ໄດ້ປະກາດໃນວັນທີ 25 ພະຈິກ ສະແດງໃຫ້ເຫັນວ່າ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ເອີລົບໄດ້ ເພີ່ມຂຶ້ນເຖິງ 1,5 ລ້ານຄົນ ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ທະວີບນີ້.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 25 ພະຈິກ ຫາເວລາ 16 ໂມງຂອງວັນທີ 26 ພະຈິກ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ 13.109 ຄົນ, ໃນນັ້ນມີ 15 ຄົນແມ່ນຜູ້ເຂົ້າເມືອງ, ມີຜູ້ເສຍຊີວິດ 137 ຄົນ. ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດລວມທັງໝົດ 1.181.337 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ