ໂລກລະບາດ​ໂຄ​ວິດ -​19: ອິນ​ໂດ​ເນ​ເຊຍ ຍົກ​ເລີກ ​ເຫດການ​ຕ້ອນຮັບ​ບຸນປີ​ໃໝ່່ Idul Fitri

(VOVWORLD) -  ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃຫ້ຮູ້ວ່າຈະບໍ່ຈັດຕັ້ງການພົບປະພໍ່ແມ່ປະຊາຊົນຢູ່ທີ່ ວັງແຫ່ງຊາດ ໃນວັນທໍາອິດຂອງບຸນປີໃໝ່ Idul Fitri  ຂອງຊາວມຸດສະລິມ ໃນວັນທີ 25 ພຶດສະພາ ເພື່ອປະຕິບັດບັນດາມາດຕະການແຍກຫ່າງໃນສັງຄົມ ແນໃສ່ສະກັດກັ້ນໂລກລະບາດໂຄວິດ - 19. 
ໂລກລະບາດ​ໂຄ​ວິດ -​19: ອິນ​ໂດ​ເນ​ເຊຍ ຍົກ​ເລີກ ​ເຫດການ​ຕ້ອນຮັບ​ບຸນປີ​ໃໝ່່ Idul Fitri - ảnh 1(ພາບປະກອບ: AFP/TTXVN)

      ວັນທີ 22 ພຶດສະພາ, ທ່ານນາງ Angkie Yudistia ໂຄສົກຂອງຫ້ອງວ່າການປະທານາທິບໍດີ ອິນໂດເນເຊຍ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ກໍເຂົ້າໃຈວ່າ ບຸນປີໃໝ່ Idul Fitri  ແມ່ນເວລາເພື່ອອະໄພໃຫ້ກັນ ແລະ ຮັດແໜ້ນຄວາມສະໜິດຕິດພັນການພົວພັນໃນຄອບຄົວ ແລະ ເພື່ອນມິດ. ເຖິງຢ່າງໃດກໍຕາມ, ພວກເຮົາທຸກຄົນຕ້ອງຮັກສາໄລຍະຫ່າງ ແລະ ແທນທີ່ນັ້ນຈະໂອ້ລົມກັນຜ່ານທາງອອນລາຍ.

        ໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີ ມາເລເຊຍ ແຈ້ງໃຫ້ຊາບວ່າ ທ່ານນາຍົກລັດຖະມົນຕີ Muhyiddin Yassin  ຈະຕ້ອງປະຕິບັດການແຍກຕົວຢູ່ບ້ານສ່ວນຕົວ ພາຍໃນ 14 ວັນ ພາຍຫຼັງມີເຈົ້າໜ້າທີ່ທ່ານໜຶ່ງເຂົ້າຮ່ວມກອງປະຊຸມຫວ່າງມໍ່ໆມານີ້ ໂດຍທ່ານນາຍົກລັດຖະມົນຕີ ມາເລເຊຍ ເປັນປະທານ ໄດ້ມີຜົນເປັນບວກກັບໂລກລະບາດໂຄວິດ - 19. ຕາມການຖະແຫຼງການແລ້ວ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin  ໄດ້ຮັບການກວດວິໄຈ ແລະ ມີຜົນເປັນລົບ ກັບໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ