ໂລກ​ລະ​ບາດ​ໂຄວິດ - 19: ອາ​ເມ​ລິ​ກາ ຍັງ​ແມ່ນ​ປະ​ເທດ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອາເມລິກາ ກໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຫຼາຍທີ່ສຸດໃນໂລກ ຕາມລຳດັບແມ່ນ 554.259 ຄົນ ແລະ 907 ຄົນ.
ໂລກ​ລະ​ບາດ​ໂຄວິດ - 19: ອາ​ເມ​ລິ​ກາ ຍັງ​ແມ່ນ​ປະ​ເທດ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 11 ມັງກອນ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 310.644.475 ຄົນ, ໃນນັ້ນມີ 5.511.621 ຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ກ່ວາ 62,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 861.180 ຄົນ.

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອາເມລິກາ ກໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຫຼາຍທີ່ສຸດໃນໂລກ ຕາມລຳດັບແມ່ນ 554.259 ຄົນ ແລະ 907 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ