ໂລກລະບາດໂຄວິດ-19 ສືບຕໍ່ມີທ່າອ່ຽງຫຼຸດລົງໃນຂອບເຂດທົ່ວໂລກ

(VOVWORLD) -ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 24 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 509 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6.2 ລ້ານຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 24 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 509 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6.2 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດກວ່າ 82,6 ລ້ານຄົນ, ມີຜູ້ເສຍຊີວິດກວ່າ 1 ລ້ານຄົນ. ອິນເດຍ ແມ່ນປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢືນອັນດັບທີ 2 ໃນໂລກ, ບຣາຊິນ ມີຜູ້ເສຍຊີວິດຢັນອັນກັບທີ 2 ໃນໂລກ.

ໜ້າສົນໃຈແມ່ນ, ໂລກລະບາດໂຄວິດ -19 ພວມສືບຕໍ່ມີທ່າອ່ຽງຫຼຸດລົງໃນຂອບເຂດທົ່ວໂລກ. ຕາມການສະຖິຕິໃນອາທິດ ໄລ່ຮອດວັນທີ 24 ເມສາ ຂອງ worldometers.info  ແລ້ວ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນໂລກໄດ້ຫຼຸດລົງ 23% ເມື່ອທຽບໃສ່ກ່ອນນີ້ໜຶ່ງອາທິດ, ໃນຂະນະທີ່ຈຳນວນຜູ້ເສຍຊີວິດໄດ້ຫຼຸດລົງ 6%.

ຕອບກັບ

ຂ່າວ/ບົດ​ອື່ນ