ໂລກອຳລາພົນເອກຫວໍ້ງວຽນຢາບ

ໂລກອຳລາພົນເອກຫວໍ້ງວຽນຢາບ - ảnh 1
ພົນ​ເອກ​ຫວໍ້​ງວຽນ​ຢາ​ບ
(ພາບປະກອບ)

(vovworld) – ວັນ​ທີ 10/10, ການ​ນຳ​ພັກ​ກອມ​ມູນິດ ຝຣັ່ງ, ພັກ​ກອມ​ມູນິດ ​ເປຣູ, ພັກ​ບັນດາ​ເຜົ່າ ​ແອດ​ສະ​ປາຍ, ພັກ​ກອມ​ມູນິດ ຈີ​ເລ, ປະທານາທິບໍດີ ຈີ​ເລ, ສະພາ​ສູງ ກຳປູ​ເຈຍ, ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ, ລັດຖະມົນຕີ​ການ​ຕ່າງປະ​ເທດ Nicaragoa.​.​.​ ​ໄດ​້ສົ່ງ​​ໂທລະ​ເລກສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ຫວຽດນາມ. ​ເນື້ອ​ໃນ​ໂທລະ​ເລກ​ລ້ວນ​ແຕ່​ສະ​ແດງ​ການແບ່ງ​ເບົາຄວາມເຈັບປວດ, ຄວາມເສຍຫາຍອັນໃຫຍ່ຫຼວງກັບປະຊາຊົນ ຫວຽດນາມ, ຢືນຢັນວ່າ ພົນເອກ ຫວໍ້ງວຽນຢາບ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນ​ເພື່ອຈຸດໝາຍທີ່ມີລະດັບທົ່ວໂລກ: ນັ້ນ​ແມ່ນສັນຕິພາບ, ກຽດ​ສັກ​ສີ, ຄວາມຍຸຕິ​ທຳ, ຄວາມ​ເສລີ ​ແລະ ຄວາມ​ສາມັກຄີ​ຂອງ​ມະນຸດ. ​ເຖິງ​ວ່າ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​​ໄດ້​ລວງ​ລັບ​ໄປ​ແລ​້ວກໍ່ຕາມ ​ແຕ່​ບັນດາ​ຄຳ​ສັ່ງ​ສອນ​ຂອງ​ເພີ່ນ​ຈະຍື່ງ​ຍົງ​ຄົງ​ຕົວ​ກັບ​ການ​ເວລາ ​ແລະ ​​ຝັງ​ເລິກ​ໃນ​ຈິດ​ໃຈຂອງ​ປະຊາຊົນ​ໃນ​ທົ່ວ​ໂລກ.

        ວັນ​ທີ 11/10, ສະຖານທູດ ຫວຽດນາມ ປະຈ​ຳ ລາວ ​ໄດ້​ປະຕິບັດ​ສຳ​ເລັດ​ວຽກ​ງານ​ກະກຽມ​ພິທີ​​ໄຫວ້​ອາ​ໄລ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ຢູ່ ລາວ, ​​ຕາມ​ຄວາມມຸ່ງ​ຫວັງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ປະ​ຕິ​ບັດງານ ຢູ່​ລາວ. ບັນດາ​ວິທີ​ການ​​ປ້ອງກັນ ​ແລະ ຕ້ອນຮັບ​ບັນດາ​ຄະນະ​ແຂກທີ່​ເປັນການ​ນຳ​ພັກ, ລັດ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ລາວ, ກຳລັງ​ປະກອບ​ອາວຸດ ​ແລະ ​ເພື່ອ​ນມິດ​ລາ​ວ ຜູ້​ນິຍົມ, ນັບຖື ພົນ​ເອກ, ຜູ້ຕາງໜ້າ​ບັນ​ດາ​ຄະນະ​ທູຕານຸທູດ ກໍ່​ຄື​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ໃນ​ທົ່ວ​ປະ​ເທດ ​ລາວ ​ມາ​ໄຫວ້​ອາ​ໄລ​ພົນ​ເອກ ລ້ວນ​ແຕ່​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ພິທີ​​ໄຫວ້​ອາ​ໄລ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ຫ້ອງ​ໂຖງ​​ຂອງ​ສະຖານທູດ, ກົງ​ກັບ​ເວລາ​ດຳ​ເນີນ​ພິທີ​ໄຫວ້​ອາ​ໄລຢູ່​ ຮ່າ​ໂນ້ຍ, ກວາງ​ບິ່ນ ​ແລະ ນະຄອນ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ