ໃນ 24 ຊົ່ວໂມງທີ່ຜ່ານມາ, ຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຢູ່ຫວຽດນາມ ໄດ້ຫຼຸດລົງ

(VOVWORLD) -    ມາຮອດຕອນບ່າຍວັນທີ 30 ມີນານີ້, ທົ່ວປະເທດ ສັກວັກຊິນກັນພະຍາດໂຄວິດ-19 ໄດ້ 205.882.049 ໂດສ, ໃນນັ້ນ, ເຂັມທີ 3 ແມ່ນ 49 ລ້ານກວ່າໂດສ
ໃນ 24 ຊົ່ວໂມງທີ່ຜ່ານມາ, ຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຢູ່ຫວຽດນາມ ໄດ້ຫຼຸດລົງ - ảnh 1ພາບປະກອບ

    ນັບແຕ່ເວລາ 16 ໂມງ ຂອງວັນທີ 29 ມີນາ ຫາ 16 ໂມງ ຂອງວັນທີ 30 ມີນາ, ຫວຽດນາມ ມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ໃໝ່ 85.765 ກໍລະນີ, ໃນນັ້ນ  6 ຄົນ ມາຈາກຕ່າງປະເທດ ແລະ 85.759 ຄົນຖືກຕິດເຊື້ອ ຢູ່ 62/63 ແຂວງ ແລະ ນະຄອນພາຍປະເທດ, ຫຼຸດລົງ 2.600 ກວ່າກໍລະນີ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 9.472.254 ຄົນ.

    ວັນທີ 30 ມີນານີ້, ມີຄົນເຈັບ 114.685 ຄົນ ໄດ້ຮັບການ ປິ່ນປົວຫາຍດີ. ມາຮອດປະຈຸບັນ ຈໍານວນຄົນເຈັບທີ່ໄດ້ ຮັບການ ປິ່ນປົວຫາຍດີ ແມ່ນ 7.268.531 ຄົນ. ມີຜູ້ເສຍຊີວິດ 41 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ, ຫຼຸດລົງ 14 ກໍລະນີເມື່ອ ທຽບກັບມື້ກ່ອນນັ້ນ.

    ມາຮອດຕອນບ່າຍວັນທີ 30 ມີນານີ້, ທົ່ວປະເທດ ສັກວັກຊິນກັນພະຍາດໂຄວິດ-19 ໄດ້ 205.882.049 ໂດສ, ໃນນັ້ນ, ເຂັມທີ 3 ແມ່ນ 49 ລ້ານກວ່າໂດສ. 

ຕອບກັບ

ຂ່າວ/ບົດ​ອື່ນ