ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກ່ວາ 42.000 ຄົນໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ນັບແຕ່ເລີ່ມເກີດໂລກລະບາດເປັນຕົ້ນມາ, ຫວຽດນາມມີຜູ້ຕິດເຊື້ອ 10.662.446 ຄົນ, ຢືນອັນດັບ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນ
ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກ່ວາ 42.000 ຄົນໄດ້ຮັບການປິ່ນປົວຫາຍດີ - ảnh 1ພາບປະກອບ

ນັບແຕ່ເວລາ 16 ໂມງ ຂອງວັນທີ 3 ພຶດສະພາ ຫາ 16 ໂມງ ຂອງວັນທີ 4 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອໃໝ່ 3,088 ກໍລະນີ ຢູ່ 48 ໃນຈຳນວນ 63 ແຂວງ, ນະຄອນໃນທົ່ວປະເທດ. ວັນທີ 4 ພຶດສະພານີ້, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກ່ວາ 42.000 ຄົນໄດ້ຮັບການປິ່ນປົວຫາຍດີ, ມີຜູ້ເສຍຊີວິດ 3 ຄົນ.

     ນັບແຕ່ເລີ່ມເກີດໂລກລະບາດເປັນຕົ້ນມາ, ຫວຽດນາມມີຜູ້ຕິດເຊື້ອ 10.662.446 ຄົນ, ຢືນອັນດັບ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນ

      ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີ ລວມທັງໝົດແມ່ນ 9,309,336 ຄົນ. ມາຮອດປະຈຸບັນ, ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຢູ່ຫວຽດນາມ ແມ່ນ 43.047 ຄົນ, ກວມ 0,4% ຂອງຈຳນວນຜູ້ຕິດເຊື້ອທັງໝົດ. ຍອດຈໍານວນວັກຊີກັນໂຄວິດ -19 ທີ່ໄດ້ສັກໃຫ້ປະຊາຊົນ ແມ່ນ 215.022.051 ໂດສ

ຕອບກັບ

ຂ່າວ/ບົດ​ອື່ນ