ໃນສອງເດືອນຕົ້ນປີ, ຫວຽດນາມ ດຶງດູດເງິນລົງທຶນຈາກຕ່າງປະເທດກວ່າ 1,2 ຕື້ USD

ໃນສອງເດືອນຕົ້ນປີ, ຫວຽດນາມ ດຶງດູດເງິນລົງທຶນຈາກຕ່າງປະເທດກວ່າ 1,2 ຕື້ USD  - ảnh 1
( ພາບປະກອບ )

( vovworld ) -   ຕາມ​ຕົວ​ເລກ​ສະ​ຖິຕິ​ຂ​ອງກົມການ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ແລ້ວ, ​ໃນ​ສອງ​ເດືອນ​ຕົ້ນ​ປີ 2012, ຫວຽດນາມ ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ໄດ້​ກວ່າ 1,2 ຕື້ USD, ​ເທົ່າກັບ 45,5% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ບັນດາ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຄາດ​ວ່າ​​ປ່ອຍ​ເງິນ​ໄດ້ 1 ຕື້ USD, ​ເທົ່າ​ກັບ 91%​ ເມື່ອ​ທຽບ​ໃສ່​ກັບ​ປີ 2011. ຂົງ​ເຂດ​ອຸດສາຫະກຳ​​ປຸງ​ແຕ່ງ, ການ​ຜະລິດ​ອຸດສາຫະກຳ​ສືບ​ຕໍ່​ດຶງ​ດູດ​​ຄວາມ​ສົນໃຈ​​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ​ດ້ວຍ 26 ​ໂຄງການ​ລົງທຶນ​ຈົດ​ທະບຽນ​ໃໝ່, ສະໜອງ​ຈຳນວນ​​ເງິນ​ລົງທຶນທຶນ​ໃໝ່ ​ແລະ ​ເພີ່ມ​​ເຕີມ​​ເກືອບ 1 ຕື້ USD, ກວມ​ເອົາ 81% ຍອດ​ຈຳນວນ​ເງິນ​ລົງ​ທຶນຈົດ​ທະບຽນ​ໃນ​ສອງ​ເດືອນ​ຕົ້ນ​ປີ.

   ໄລ່​ມາ​ຮອດ​ເດືອນ 2/2012, ຫວຽດນາມ​ ມີ 15 ​ແຂວງ, ນະຄອນ​ທີ່​ມີ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ​ໃນ​ນັ້ນ​ນະຄອນ ຮາ​ຍຟ່ອງ ​ແມ່ນ​ທ້ອງ​ຖິ່ນທີ່​ດຶງ​ດູດ​ເງິນ​ລົງທຶນ​ຫຼາຍ​ສຸດ​ດ້ວຍ​ຍອດ​ຈຳນວນ​​​ເງິນ​ລົງທຶນຈົດ​ທະບຽນ​ໃໝ່​ 605 ລ້ານ USD ​ແລະ​ເພີ່ມ​ເຕີມ​ຂື້ນ, ຖັດມາແມ່ນ​ແຂວງ ​ແຂງ​ຮ່ວາ, ບິ່ງ​ເຢືອງ… ​ໃນ​ຈຳນວນ 23 ປະ​ເທດ ​ແລະ ​​ເຂ​ດ​ແຄວ້ນທີ່​ມີ​ໂຄງການ​ລົ​ງທຶນ​ຢູ່​ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ໜັງສືອະນຸຍາດ​ໃໝ່, ຍີ​ປຸ່ນ​ແມ່ນ​ນັກ​ລົງທຶນ​ໃຫຍ່​ສຸດ​ດ້ວຍ​ຍອດ​ຈຳນວນ​ເງິນ​ຈົດ​ທະບຽນ ​ແລະ ​ໄດ້​ຮັບອະນຸຍາດ​ໃໝ່​​ ແລະ ​ເພີ່ມ​ເຕີມຂື້ນ​​ເຖິງ 1 ຕື້ USD.
ຂ່າວ/ບົດ​ອື່ນ