ໃບ​ຢັ້ງ​ຢ​ືນ​ດີ​ຈີ​ຕອນ​ໂຄວິດ​ຂອງ​ເອີ​ລົບ ຊ່ວຍ​ຟື້ນ​ຟູ 70% ການ​ຂົງ​ສົ່ງ​ການ​ບິນ

(VOVWORLD) -ນັບແຕ່ໄດ້ເປີດຕົວເມື່ອເດືອນກໍລະກົດຜ່ານມາ, ກໍ່ມີໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ທັງໝົດ 400 ລ້ານໃບໄດ້ປະກາດໃຊ້ແລ້ວ.
ໃບ​ຢັ້ງ​ຢ​ືນ​ດີ​ຈີ​ຕອນ​ໂຄວິດ​ຂອງ​ເອີ​ລົບ ຊ່ວຍ​ຟື້ນ​ຟູ 70% ການ​ຂົງ​ສົ່ງ​ການ​ບິນ - ảnh 1

 (ພາບ: AFP/TTXVN)

  ສະຫະພາບເອີລົບ ຫລື ອີຢູ ຖືໃບຢັ້ງຢືນດີຈີຕອນໂຄວິດຂອງກຸ່ມນີ້ ແມ່ນຜົນສຳເລັດໜຶ່ງຍ້ອນວ່າ ມັນໄດ້ຟື້ນຟູກ່ວາ 70% ການຈໍລະຈອນທາງການບິນທີ່ຖືກຫລຸດລົງ ຍ້ອນການຈຳກັດໄປມາກ່ຽວຂ້ອງເຖິງການແຜ່ບະບາດຂອງເຊື້ອໄວຣັດ SARS-CoV-2. ໃນການປະກາດກັບວົງການນັກຂ່າວເມື່ອວັນທີ 2 ກັນຍາ, ໂຄສົກຂອງຄະນະກຳມະການເອີລົບ ຫຼືອີຊີ ເນັ້ນໜັກວ່າ: ໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ແມ່ນສັນຍາລັກຂອງເອີລົບ ແຫ່ງການເປີດເຜີຍ ແລະ ປອດໄພ ຊື່ງໄດ້ນຳມາເຊິ່ງຄວາມເຊື່ອໝັັ້ນຕົນເອງ ໃຫ້ແກ່ແຂກທ່ອງທ່ຽວ ເພື່ອໄປທ່ອງທ່ຽວຢ່າງປອດໄພໃນ ອີຢູ ໃນລະດູແລ້ງປີນີ້.

 ໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ໄດ້ສ້າງເງື່ອນໄຂໄປມາຢ່າງປອດໄພລະຫວ່າງບັນດາປະເທດພາຍໃນກຸ່ມ ໃນໄລຍະເກີດໂລກລະບາດ. ນັບແຕ່ໄດ້ເປີດຕົວເມື່ອເດືອນກໍລະກົດຜ່ານມາ, ກໍ່ມີໃບຢັ້ງຢືນດີຈີຕອນໂຄວິດຂອງເອີລົບ ທັງໝົດ 400 ລ້ານໃບໄດ້ປະກາດໃຊ້ແລ້ວ. ອີຊີ ໃຫ້ຮູ້ວ່າ ຫຼາຍປະເທດໃນໂລກໄດ້ຈົດທະບຽນເຂົ້າຮ່ວມຂໍ້ລິເລີ່ມນີ້ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ