ໃບຫຸ້ນຂອງ VinFast ເຂົ້າຮ່ວມຕະຫຼາດຫຼັກຊັບ NASDAQ

(VOVWORLD) - ເລື່ອງກາຍເປັນບໍລິສັດຕິດປະກາດຫຼັກຊັບຢູ່ ອາເມລິກາ ແມ່ນຂີດໝາຍສຳຄັນໃນເສັ້ນທາງພັດທະນາທົ່ວໂລກຂອງ VinFast.
ໃບຫຸ້ນຂອງ VinFast ເຂົ້າຮ່ວມຕະຫຼາດຫຼັກຊັບ NASDAQ - ảnh 1(ບໍລິສັດລົດໂອໂຕ VinFast ຕິດປະກາດຫຼັກຊັບຢູ່ຕະຫຼາດຫຼັກຊັບດ້ວຍຊື່ວ່າ VFS)

        ສູນແລກປ່ຽນຄ້າຂາຍຫຼັກຊັບ ອາເມລິກາ NASDAQ (Nasdaq Global Select Market) ໄດ້ເປີດວາລະທຸລະກຳໃນວັນທີ 15 ສິງຫາ, ດ້ວຍເລື່ອງປະກາດວ່າ ບໍລິສັດລົດໂອໂຕ VinFast ຂອງ ຫວຽດນາມ ຕິດປະກາດຫຼັກຊັບຢູ່ຕະຫຼາດຫຼັກຊັບດ້ວຍຊື່ວ່າ VFS. ນີ້ແມ່ນຄັ້ງທຳອິດມີວິສາຫະກິດ ຫວຽດນາມ ປະກາດຫຼັກຊັບສຳເລັດໃນຕະຫຼາດຫຼັກຊັບຂອງ ອາເມລິກາ.

        ຢູ່ທີ່ນີ້, ທ່ານນາງ ເລທິທູຖຸຍ, ຜູ້ອຳນວຍການໃຫຍ່ VinFast ເນັ້ນໜັກວ່າ, ເລື່ອງກາຍເປັນບໍລິສັດຕິດປະກາດຫຼັກຊັບຢູ່ ອາເມລິກາ ແມ່ນຂີດໝາຍສຳຄັນໃນເສັ້ນທາງພັດທະນາທົ່ວໂລກຂອງ VinFast.

        “ມື້ນີ້ແມ່ນວັນສຳຄັນ, ບໍ່ພຽງແຕ່ສຳລັບ VinFast, ຍ້ອນວ່າ, ວຽກງານຂອງພວກຂ້າພະເຈົ້າພວມປະຕິບັດແມ່ນຮັບປະກັນໃຫ້ທຸກໆຄົນມີອະນາຄົດມີສີຂຽວກວ່າ ຜ່ານຍານພາຫະນະໄປມາແບບຍືນຍົງ. ດ້ວຍເລື່ອງຕິດປະກາດຫຼັກຊັບນີ້, ພວກຂ້າພະເຈົ້າກໍ່ສາມາດເຂົ້າເຖິງແຫຼ່ງທຶນ. ພວກຂ້າພະເຈົ້າພວມມານະພະຍາຍາມຍູ້ແຮງພາລະກຳຂອງຕົນ ເພື່ອແນໃສ່ເປີດກວ້າງອອກສູ່ສາກົນ ແລະ ສືບຕໍ່ແນະນຳບັນດາຜະລິດຕະພັນໃໝ່ ເພື່ອໃຫ້ທຸກຄົນໄດ້ນຳໃຊ້ລົດໄຟຟ້າ”.

        ໃບຫຸ້ນ VFS ເປີດວາລະທຸລະກຳຄັ້ງທຳອິດຢູ່ NASDAQ ດ້ວຍລາຄາ 22 USD. ມີປະມານ 2,3 ຕື້ໃບຫຸ້ນພວມນຳໃຊ້ນັ້ນ, ຄາດວ່າຂອບຂະໜາດຫັນເປັນທຶນຂອງບໍລິສັດຜະລິດລົດໄຟຟ້ານີ້ແມ່ນເກືອບ 50 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ