ໃຫ້ບຸລິມະສິດການປົກປ້ອງສິດ ແລະ ຜົນປະໂຫຍດຖືກຕາມກົດໝາຍຂອງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ

(VOVWORLD) -ເລື່ອງປົກປ້ອງສິດ ແລະ ຜົນປະໂຫຍດຖືກຕາມກົດໝາຍຂອງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງການທູດ.
ໃຫ້ບຸລິມະສິດການປົກປ້ອງສິດ ແລະ ຜົນປະໂຫຍດຖືກຕາມກົດໝາຍຂອງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: baoquocte.vn)

ວັນທີ 24 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮຽວ ໄດ້ເປັນປະທານກອງປະຊຸມສຳມະນາ “ບົດບາດຂອງການແກ້ໄຂວິກິດການໃນວຽກງານການທູດເສດຖະກິດຢູ່ພາກເໜືອຕາເວັນອອກກາງ - ອາຟະລິກາ”. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີ ຟ້າມກວາງຮຽວ ຢືນຢັນວ່າ, ເລື່ອງປົກປ້ອງສິດ ແລະ ຜົນປະໂຫຍດຖືກຕາມກົດໝາຍຂອງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງການທູດ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນໃນການແກ້ໄຂວິກິດການຢູ່ພາກພື້ນໃນໄລຍະຜ່ານມາ; ສະເໜີບາງມາດຕະການແກ້ໄຂ ເພື່ອແນໃສ່ແກ້ໄຂບັນດາວິກິດການ, ຫຼຸດຜ່ອນການສົ່ງຜົນກະທົບທີ່ຍໍ້ທໍ້ເຖິງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດ ແລະ ເຮັດວຽກຢູ່ພາກພື້ນຕາເວັນອອກກາງ - ອາຟະລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ