ໄຂ “ກອງປະຊຸມສາກົນກ່ຽວກັບຄົມມະນາຄົມພາກພື້ນ ອາຊີ ຕາເວັນອອກ”

(VOVWORLD) - ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ໄດ້ໄຂ “ກອງປະຊຸມສາກົນກ່ຽວກັບຄົມມະນາຄົມພາກພື້ນ ອາຊີ ຕາເວັນອອກ” ຄັ້ງທີ 12 ດ້ວຍຫົວຂໍ້ວ່າ “ວິໄສທັດ ແລະ ໂຄງການເຄື່ອນໄຫວມຸ່ງໄປເຖິງລະບົບຄົມມະນາຄົມປອດໄພ, ຂຽວ ແລະ ສະຫຼາດ, ທັນສະໄໝ”. 
ໄຂ “ກອງປະຊຸມສາກົນກ່ຽວກັບຄົມມະນາຄົມພາກພື້ນ ອາຊີ ຕາເວັນອອກ” - ảnh 1ທ່ານ ຄວດວຽດຮູ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ (ພາບ: Võ Hải/ /vnexpress)

ເຫດການນີ້ໄດ້ຈັດຕັ້ງຮອດວັນທີ 21 ກັນຍາ. ເຂົ້າຮ່ວມກອງປະຊຸມມີນັກຊ່ຽວຊານ ແລະ ຜູ້ແທນສາກົນປະມານ 600 ຄົນເພື່ອແນໃສ່ແລກປ່ຽນການຮ່ວມມືຄົ້ນຄ້ວາໃນຂົງເຂດຄົມມະນາຄົມຂົນສົ່ງລະຫວ່າງບັນດາປະເທດສະມາຊິກຂອງສະຫະສະມາຄົມຄົ້ນຄ້ວາ ຄົມມະນາຄົມ ອາຊີ ຕາເວັນອອກ ເຊິ່ງລວມມີ: ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ມາເລເຊຍ, ກຳປູເຈຍ ແລະ ຫວຽດນາມ. ທ່ານ ຄວດວຽດຮູ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ, ໃຫ້ຮູ້ວ່າ:

        “ປະຈຸບັນ, ບັນຫາທີ່ພວກເຮົາໄດ້ນຳມາປຶກສາຫາລືແມ່ນການພັດທະນາແນວໃດເພື່ອໃຫ້ລະບົບຄົມມະນາຄົມປອດໄພໃຫ້ຕົວເມືອງສະຫຼາດ. ໃນຕົວຈິງຢູ່ ຫວຽດນາມ, ໜຶ່ງໃນບັນດາກຳລັງໜູນໃຫ້ແກ່ການພັດທະນານັ້ນແມ່ນບັນດາຕົວເມືອງມີຂອບຂະໜາດປານກາງ. ນີ້ແມ່ນມາດຕະການສຳຄັນພິເສດໃນການແກ້ໄຂຄວາມກົດດັນ ໃນການພັດທະນາໃນການຫລຸດຜ່ອນຄວາມກົດດັນໃນການພັດທະນາສະພາບແວດລ້ອມເສດຖະກິດ ສັງຄົມຂອງປະເທດຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ