ໄຂEURO2016

ໄຂEURO2016 - ảnh 1
ສະໜາມກິລາ Stade de France
(ພາບ: vietnamnet.vn)

(vovworld) –  ຕອນ​ເຊົ້າວັນ​ທີ 11/6 (ຕາມ​ເວລາ​ຮ່າ​ໂນ້ຍ), ພິທີ​​ເປີດ​ງານ​ແຂ່ງຂັນ​ຊິງຊະນະ​ເລີດບ້ານ​ເຕະ ​ເອີ​ລົບ EURO 2016 ​ໄດ້​ຈັດ​ຂຶ້ນ​ໃນ​ສະໜາມກິລາ Stade de France ຢູ່​ນະຄອນ Saint – Denis, ທາງ​ພາກ​ເໜືອ​ນະຄອນຫຼວງ ປາຣີ, ປະ​ເທດ ຝຣັ່ງ. ພິທີ​ໄດ້​ຈັດ​ຕັ້ງ​ໃນ​ປະມານ 15 ນາທີ ດ້ວຍ​ບັນດາ​ລາຍການ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ເຕັ້ມ​ໄປ​ດ້ວຍ​ສີສັນ​ຂອງ​ນັກ​ອາສາ​ສະໝັກ​ນັບ​ຮ້ອຍ​ຄົນ​ທີ່​ມາ​ຈາກກ່ວາ 60 ປະ​ເທດ. ທ່ານ​ປະທານາທິບໍດີ Francois Hollande ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ປະ​ເທດ​ເຈົ້າພາບ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິທີ. ​ເປີດ​ສາກ​ພິທີ​ແມ່ນ​ວາດ​ຟ້ອນ​ສ້າງ​ຄວາມ​ປະ​ທັບ​ໃຈ ​“ສວນ​ຂອງ​ປະ​ເທດ​ຝຣັ່ງ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກ​ສິລະ​ປິນ 150 ຄົນ​ທີ່​ມາ​ຈາກ​ຫຼາຍ​ທະວີບ. ຫຼັງ​ຈາກ​ນັ້ນ​ແມ່ນ​ບົດ​ເພງ​ທາງ​ການ​ຂອງ EURO 2016 – “This one’s for you” ​ໂດຍ David Guetta ​ແລະ ນັກ​ຮ້ອງ​ສວຍ​ງາມ​ຊາວ ຊູ​ແອດ  Zara Larsson ສະ​ແດງຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ… ນີ້​ເປັນ​ຄັ້ງ​ທີ 3 ​ໃນ​ປະຫວັດສາດ, ປະ​ເທດ ​ຝຣັ່ງ ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ງານ​ແຂ່ງຂັນ ຊິງຊະນະ​ເລີດບ້ານ​ເຕະ ​ເອີ​ລົບ. ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ໃຫ້​ງານ​ແຂ່ງຂັນ, ປະ​ເທດ​ເຈົ້າພາບ​ໄດ້​ຜັນ​ຂະຫຍາຍ​ຕຳຫຼວດ, ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ… ​ເກືອ​ບ 90.000 ຄົນ, ກໍ່​ຄື​ໃຊ້​ຈ່າຍ​ຈຳນວນ​ເງິນ​ນັບ​ລ້ານ ​ເອີ​ໂຣ ​ຕິດ​ຕັ້ງ​ເຄື່ອງ Camera ຕິດຕາມ ​ແລະ ຈັດ​ຕັ້ງ​ການ​ຝຶກ​ຊ້ອມ​ຫຼາຍ​ຄັ້ງ.


ຂ່າວ/ບົດ​ອື່ນ