ໄຂOlympicຊີວະສາດສາກົນຄັ້ງທີ27

ໄຂOlympicຊີວະສາດສາກົນຄັ້ງທີ27 - ảnh 1
ຄະນະນັກຮຽນ ຫວຽດນາມ ເຂົ້າຮ່ວມການເສັງ

(vovworld) – ພິທ​ີ​ໄຂ​ການ​ເສັງ Olympic ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 17/7, ຢູ່​ຮ່າ​ໂນ​້ຍ, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ນັກ​ສອບ​ເສັງ 268 ຄົນ​ມາ​ຈາກ 71 ຄະນະ​ຂອງປະ​ເທດ, ​ເຂດ​ແຄ້ວ​ນ. ການ​ເສັງ Olympic ຊີ​ວະສາ​ດສາກົນ (IBO) ຄັ້ງ​ທີ 27 ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 17 – 23/7 ຢູ່​ຮ່າ​ໂນ້ຍ, ​ໂດຍ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ສົມທົບ​ກັບ​ມະຫາ​ວິທະຍາ​ໄລ​ສ້າງ​ຄູ​ຮ່າ​ໂນ້ຍ ຈັດ​ຕັ້ງ. ປີ​ນີ້, ຄະນະ ຫວຽດນາມ ​ໄດ້​ສົ່ງ​ນັກຮຽນ 4 ຄົນ​ເຂົ້າ​ຮ່ວມ​ການ​ເສັງ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ ຟູ່ງຊວນ​ຫຍ້າ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບ​ຳລຸງ​ສ້າງ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ປີ​ມີ​ຈຳນວນ​ຄະນະ ​ແລະ ນັກ​ສອບ​ເສັງ​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດນັບ​ແຕ່​ກ່ອນ​ມາຮອດ​ປະຈຸ​ບັນ. ທ່າ​ນລັດຖະມົນຕີ ຟູ່ງຊວນ​ຫຍ້າ ຫວັງ​ວ່າ: ບັນດາ​ນັກ​ສອບ​ເສັງ​ຈະ​ເສີມ​ຂະຫຍາຍ​ຄວາມ​ສາມາດທັງ​ໝົດ​ຂອງ​ຕົນ​, ພ້ອມ​ທັ​ງມີ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ, ຮ່ຳຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ:

        “​​ເວລາ​ໜຶ່ງ​ອາທິດ​ທີ່ດຳ​ເນີ​ນການ​ສອບ​ເສັງ IBO ຈະ​ແມ່ນ​ອາທິດ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ແຕ່​ມັນ​ກໍ່​ມີ​ປະ​ໂຫຍ​ດສຳລັບ​ພວກ​ນ້ອງ​ນັກຮຽນ, ​ແມ່​ນອາທິດ​ເຮັດ​ວຽກ​ຢ່າງ​ເຄັ່ງ​ຕຶງ​ແຕ່​ກໍ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ ​ແລະ ມະນຸດສະທຳ​ກັບ​ບັນດາ​ຄູ​ອາຈານ.  IBO 2016 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ, ສ່ົງ​ເສີມ, ກະຕຸກ​ຊຸກຍູ້ນ້ຳ​ໃຈ​ຮ່ຳຮຽນ​ເວົ້າລວມ, ການ​ຮ່ຳຮຽນ ​ແລະ ຄົ້ນຄ​້ວາ​ຊີ​ວະສາ​ດ​ເວົ້າ​ສະ​ເພາະ, ພ້ອມ​ທັງ​ສ້າງ​ກາລະ​​ໂອກ​າດ​ເປີດ​ກ້ວາງ​ການ​ພົວພັນ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ດ້ານວິທະຍາສາດ​ຂອງ​ປະຊາ​ຄົມ​ບັນດາ​ນັກ​ຊີວະ​ສາດ​ໃນ​ທົ່ວ​ໂລກ.”

ຂ່າວ/ບົດ​ອື່ນ