ໄຂກອງປະຊຸມ ASEANAPOL ຄັ້ງທີ 43 ຢູ່ ປະເທດໄທ: ຮ່ວມມືຕ້ານອາຊະຍາກຳຂ້າມຊາດ
(VOVWORLD) - ວັນທີ 4 ພະຈິກ, ກອງປະຊຸມຜູ້ບັນຊາການຕຳຫຼວດແຫ່ງຊາດອາຊຽນ (ASEANAPOL) ຄັ້ງທີ 43 ໄດ້ໄຂຂຶ້ນທີ່ ບາງກອກ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີໄທ ອະນຸທິນ ຊານວີຣະກຸນ.
ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ກ່າວປາໄສໄຂກອງປະຊຸມ (ພາບ: ຫ້ອງວ່າການລັດຖະບານ) |
ເຫດການໂດຍຕຳຫຼວດລາຊະອານາຈັກ ໄທ ເປັນເຈົ້າພາບ ຈັດຂຶ້ນ ແຕ່ວັນທີ 3-7 ພະຈິກ, ເຕົ້າໂຮມຜູ້ແທນກວ່າ 200 ຄົນຈາກບັນດາປະເທດ ອາຊຽນ, ຄູ່ເຈລະຈາ ແລະ ຜູ້ສັງເກດການສາກົນເຂົ້າຮ່ວມ. ຄະນະຝ່າຍ ຫວຽດນາມ ນຳໂດຍ ທ່ານ ພົຈວ ເຈິ່ນ ມິງ ຕຽນ, ຫົວໜ້າຫ້ອງການຕຳຫຼວດສືບສວນ ກະຊວງຕຳຫຼວດ, ທັງເປັນ ຫົວໜ້າຫ້ອງການ Interpol ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ດ້ວຍຫົວຂໍ້ ‘’ການຮ່ວມມືໃນການກະທຳ: ທຳລາຍລ້າງການຕົວະຍົວະຫລອກລວງ, ສະກັດກັ້ນການສໍ້ໂກງ ແລະ ປົກປ້ອງປະຊາຊົນ’’, ກອງປະຊຸມປີນີ້ສຸມໃສ່ບັນດາຄວາມທ້າທາຍຄວາມໝັ້ນຄົງທີ່ພົ້ນເດັ່ນຢູ່ໃນພາກພື້ນ, ພິເສດແມ່ນ ອາຊາຍະກຳຂ້າມຊາດເຊັ່ນ: ການຊື້ຂາຍຢາເສບຕິດ, ການຄ້າມະນຸດ, ອາຊາຍະກຳອິນເຕີເນັດ ແລະ ການຫຼອກລວງທາງອອນໄລ.
ກ່າວທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ໄທ ເນັ້ນໜັກວ່າ ຄວາມຈຳເປັນໃນການເພີ່ມທະວີການຮ່ວມມືໃນພາກພື້ນ ໃນສະພາບການອາຊະຍາກຳຂ້າມຊາຍແດນ ນັບມື້ນັບແນບນຽນ ແລະ ມີຜົນກະທົບຢ່າງກວ້າງຂວາງເຖິງ ເສດຖະກິດ-ສັງຄົມ. ທ່ານ ອະນຸທິນ ກໍໄດ້ຮັບຮູ້ເຖິງ ບົດບາດນັບມື້ຕັ້ງໜ້າຂອງປະຊາຄົມສາກົນ, ໃນນັ້ນການທີ່ ປະເທດໄທ ພ້ອມກັບ 67 ປະເທດ ໄດ້ເຂົ້າຮ່ວມພິທີລົງນາມສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ການຕ້ານອາຊາຍະກຳທາງໄຊເບີຢູ່ນະຄອນຫຼວງ ຮ່າໂນ້ຍ ໂດຍປະເທດຫວຽດນາມເປັນເຈົ້າພາບ ໃນທ້າຍເດືອນຕຸລາ 2025, ກໍຄືເລື່ອງ ລັດຖະສະພາໂລກ (IPU) ນຳເອົາບັນຫານີ້ເຂົ້າໃນໂຄງການການປຶກສາຫາລືຮີບດ່ວນຕາມຂໍ້ສະເໜີຂອງ ໄທ.