ໄຂກອງປະຊຸມຄັ້ງທີ 6, ຄະນະບໍລິຫານງານສູນກາງພັກຊຸດທີ 11

ໄຂກອງປະຊຸມຄັ້ງທີ 6, ຄະນະບໍລິຫານງານສູນກາງພັກຊຸດທີ 11 - ảnh 1
ທ່ານ​ເລຂາທິກ​ານ​ໃຫຍ່​ Nguyen Phu Trong ​ກ່າວປາ​ໄສ​ໄຂ​ກອງ​ປະຊຸມ
(ພາບ: VGP)

​(vovworld) - ຕອນ​ເຊົ້າ​ວັນ​ທີ 1/10, ຢູ່ ຮ່າ​ໂນ້ຍ, ກອງ​ປະຊຸມ​ຄັ້ງ​ທີ 6, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ໄດ້​ໄຂ​ຂຶ້ນ. ກອງ​ປະຊຸມ​ຈະ​ປຶກສາ​ຫາລື ​ແລະ ປະ​ກອບ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບົດ​ລາຍ​ງານ, ​ແຜນ​ຮ່າງ​ທີ່​ກ່ຽວຂ້ອງ​ເຖິງ: ສະພາບ​ເສດຖະກິດ - ສັງຄົມ​ປີ 2012, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮ່າງ​ງົບປະມານ​ແຫ່ງ​ລັດ​ປີ 2013; ສືບ​ຕໍ່​ຊັບຊ້ອນ, ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ລັດ​ວິ​ສາ​ຫະກິດ; ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ່​ດິນ; ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ; ວາງ​ແຜນກຳນົດຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ບັນດາ​ຕຳ​ແໜ່​ງພະນັກງານ​ການ​ນຳ​ທີ່​ຫຼັກ​ແຫຼ່ງຂອງ​ພັກ ​ແລະ ລັດ; ລາຍ​ງານ​ສຳ​ຫຼວດກວດກາ​ ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳນິ​ຕິຊົມເພື່ອນ​ສະຫາຍຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ຕາມ​​ເນື້ອ​ໃນຈິດ​ໃຈມະຕິ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານສູນ​ກາງພັກ​ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ​ອີກ.

        ​ໃນ​ບົດ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ເລຂາທິກ​ານ​ໃຫຍ່​ Nguyen Phu Trong ​ໄດ້​ຍົກ​ອອກ 3 ໝວດ​ບັນຫາ​ທີ່ສູນ​ກາງ​ຄວນ​ສຸມ​ໃສ່​ປຶກສາ​ຫາ​ລື​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ​ເຊິ່ງກ່ຽວຂ້ອງ​ເຖິງ​ຂົງ​ເຂດເສດຖະກິດ - ສັງຄົມ; ການ​ພັດທະນາ​ການ​ສຶກສາ, ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ກໍ່ສ້າງ​ພັກ.

        ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ, ທ່ານ​ເລຂາທິກ​ານ​ໃຫຍ່​ Nguyen Phu Trong ສະ​ເໜີ​ຕ້ອງ​ພິຈາລະນາ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2012 ​ແລະ ທິດ​ທາງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2013 ຕ້ອງ​ວາງ​ອອກ​ໃນ​ສະຖານະ​ການ​ທົ່ວ​ປະ​ເທດ​ພວມ​ປະຕິບັດ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 11 ຂອງ​ພັກ ​ແລະ ບັນດາ​ມະຕິ​ຂອງ​ສູນ​ກາງ ດ້ວຍ​ຈຸດ​ສຸມ​ແມ່ນ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ, ລັດ​ວິ​ສາ​ຫະກິດ ​ແລະ ລະບົບ​ທະນາຄານ​ການ​ຄ້າ​ຄືນ​ໃໝ່. ດັ່ງ​ນັ້ນ​ສູນ​ກາງ​ຄວນ​ສຸມ​ໃສ່​ປຶກສາ​ຫາລື, ​​ໄຈ້​ແຍກ​ຈຸດ​ພິ​ເສດ​ຂອງ​ປີ​ 2012 ຢ່າງ​ລະອຽດ

        ”ບົນ​ພື້ນຖານ​ຕີ​ລາຄາ​ສະພາບ​ການ​ຢ່າງ​ຖືກຕ້ອງ, ຄວນ​ກຳນົດ​ບັນດາ​ທັດສະ​ນາ​ພັດທະນາ, ​ແນວ​ຄິດ​ຊີ້​ນຳ, ຈຸດໝາຍ​ສັງ​ລວມ ​ແລະ​ ມາດຕະຖານ​ທີ່​ເປັນ​ພື້ນຖານ, ສຳຄັນ​ທີ່​ສຸດ​ໃນ​ປີ 2013. ​ໃນ​ຕໍ່ໜ້າ​, ພວກ​ເຮົາ​ຍັງ​ຄົງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ແຕ່​ຕ້ອງ​ສຸມ​ໃສ່​ໃຫ້​ບຸລິມະສິດ​ແກ່​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ພັດທະນາ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ສ້າງ​ທ່າ​ເຕີບ​ໂຕ​ຄືນ​ໃໝ່ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ສ້າງ​ປະຖົມ​ປັດ​ໃຈ​ຢ່າງ​ໝັ້ນຄົງ​​ເພື່ອ​ສ້າງ​ລະດັບ​ເຕີບ​ໂຕ​ສູງ​ກວ່າ​ໃນ​ຊຸມ​ປີ​ທ້າຍ​ຂອງ​ແຜນການ 5 ປີ”

        ກ່ຽວ​ກັບການ​ພັດທະນາ​ການ​ສຶກສາ, ບຳລຸງ​ສ້າງວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ທ່ານ​ເລຂາທິກ​ານ​ໃຫຍ່​ Nguyen Phu Trong ຢືນຢັນ​ວ່າ ນີ້​ແມ່ນ​ບັນດາ​ບັນຫາ​ສຳຄັນ​ພິ​ເສດ, ​ໄດ້​ຮັບ​ຖື​ວ່າ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ​ແມ່ນ​ກຳລັງ​ໜູນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ບົນ​ພື້ນຖານ​ນັ້ນ, ປ່ຽນ​ໃໝ່​ເນື້ອ​ໃນ, ວິທີ​ການ​ສິດສອນ ​ແລະ ຮຳ່ຮຽນ; ປ່ຽນ​ໃໝ່​ລະບົບ​ການ​ສຶກສາ - ບຳລຸງ​ສ້າງ ​ແລະ ຄົ້ນ​ຄ້ວາ; ຜັນ​ຂະຫຍາຍ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ.

        ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ທ່ານ​ເລຂາທິກ​ານ​ໃຫຍ່​ Nguyen Phu Trong ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ປະຈຸ​ບັນ​ທົ່ວ​ພັກ​ພວມ​ສຸມ​ໃສ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4  ”ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ຢ່າງ​ຕັ້ງໜ້າ​ຕາມ​ແຜນການ ​ແລະ ຂັ້ນ​ຕອນ​ທີ່​ໄດ້​ວາງ​ອອກ. ທີ່​ກອງ​ປະຊຸມ​ນີ້, ກົມ​ການ​ເມືອງ​ຈະລາ​ຍງານ​ຜົນງານ​ໃນ​ເບື້ອງ​ຕົ້ນ​ເພື່ອ​ໃຫ້​ສູນ​ກາງ​ປະ​ກອບ​ຄວາມ​ເຫັນ. ກ່ຽວກັບ​ເນື້ອ​ໃນ​ຂອງ​ວຽກ​ງານ​ວາງ​ແຜນ​ກຳນົດ​ພະນັກງານ. ທ່ານ​ເລຂາທິກ​ານ​ໃຫຍ່​ Nguyen Phu Trong ຢືນຢັນ​ວ່າ:

        ”ກ່ຽວ​ກັບ​ເນື້ອ​ໃນ​ວຽກ​ງານ​ວາງ​ແຜນ​ກຳນົດຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ບັນດາ​ຕຳ​ແໜ່​ງພະນັກງານ​ການ​ນຳ​ຫຼັກ​ແຫຼ່ງຂອງ​ພັກ ​ແລະ ລັດ, ລວມມີ: ຄວາມ​ຮຽກຮ້ອງ​ຕ້ອງການ, ມາດຕະຖານ​ສຳ​ຫຼັບ​ແຕ່​ລະ​ຕຳ​ແໜ່​ງ, ​ອາຍຸນຳ​ເຂົ້າ​ແຜນ​ກຳນົດ; ຈຳນວນ, ​ໂຄງ​ປະກອບ​ຂອງ​ແຜນ​ກຳນົດ; ​ເປົ້າ​ໝາຍ ​ແລະ ​ເງື່ອນ​ໄຂ​ເລືອກ​ເຟັ້ນພະນັກງານ​ນຳ​ເຂົ້າ​ແຜນ​ກຳນົດ… ພາຍຫຼັງ​ສູນ​ກາງ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບັນດາ​ບັນຫາ​ສຳຄັນ​ນີ້ ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ​ປະກາດ​ໃຊ້​ມະຕິ, ກົມ​ການ​ເມືອງ​ຈະ​ຊີ້​ນຳ​ການ​ສ້າງ​ແຜນ​ກຳນົດ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ບັນດາ​ຕຳ​ແໜ່​ງພະນັກງານ​ການ​ນຳ​ຫຼັກ​ແຫຼ່ງຂອງ​ພັກ ​ແລະ ລັດ ອາຍຸ​ການ 2016 – 2021 ​ແລະ ບັນດາ​ອາຍຸ​ການ​ຕໍ່ໆ​ໄປ​ໂດຍ​ລະອຽດ”

        ກອງ​ປະຊຸມ​ຄັ້ງ​ທີ 6, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ຄາດ​ວ່າ​ຈະ​ເຮັດ​ວຽກ​ເຖິງ​ວັນ​ທີ 15/10.

ຂ່າວ/ບົດ​ອື່ນ