ໄຂກອງປະຊຸມຄັ້ງທີ 7 ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດຫວຽດນາມ


ໄຂກອງປະຊຸມຄັ້ງທີ 7 ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດຫວຽດນາມ - ảnh 1

ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ

 (ພາບ: vov)

 (vovworld)- ​ຕອນ​ເຊົ້າວັນ​ທີ 13/1, ກອງ​ປະຊຸມ​ຄັ້ງທີ 7 ຄະນະ​ກຳມະການ​ສູນ​ງກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ໄດ້​ໄຂຂຶ້ນ​ຢູ່ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການສູນ​ງກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ທີ່​ມີ​ຕໍ່​ວຽກ​ງານ​ແນວ​ໂຮມ​ໃນ​ປີ 2014 ​ແລະ ວຽກ​ງານ​ກະກຽມ, ຈັດຕັ້ງ ກອງ​ປະຊຸມ​ໃຫ່ຍຄັ້ງທີ 8 ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ. ທ່ານ​ຫງວຽນ​ທ້ຽນ​ເຍິນ ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ສອງ​ເນື້ອ​ໃນ​ສຳຄັນ​ແມ່ນ​ສືບ​ຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ ​ແລະ ​ແບບວິທີ​​ເຄື່ອນ​ໄຫວ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ.

    ທີ່​ວາລະ​ໄຂກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບຟັງ​ການ​ແນະນຳມະຕິ​ສູນ​ກາງ​ພັກຄັ້ງທີ 8 ຊຸດ​ທີ 11 ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງໂດ​ຍພື້ນ ຖານ ​ແລະ ຮອບດ້ານ, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝຕາມ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ; ຮັບ​ຟັງ​​ລາຍ​ງານ​ສະພາບ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ ທິດ​ທາງ​ປະຕິບັດ​ໜ້າ​ທີ່​ເສດຖະກິດ​ສັງຄົມ​ປີ 2014./.

ຂ່າວ/ບົດ​ອື່ນ