ໄຂກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຄັ້ງທີ່ 4 ຊຸດທີ່ 7.

ກອງ​ປະຊຸມຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຄັ້ງ​ທີ່ 4 ຊຸດທີ່ 7ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ່ 11 ມັງກອນ ຢູ່ນະຄອນໂຮ່ຈິມິນ. ປີ 2011, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ແລະ ບັນດາອົງການສະມາຊິກຂອງ ແນວໂຮມສືບຕໍ່ຢັ້ງຢືນ ແລະ ເສີມຂະຫຍາຍບົດບາດຂອງຕົນ, ປະກອບສ່ວນຢ່າງ ແທ້ຈິງເຂົ້າໃນຜົນງານລວມຂອງທົ່ວປະເທດ, ເປັນຕົ້ນແມ່ນການປະກອບສ່ວນ ຈັດຕັ້ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 11 ຂອງ​ພັກ​, ການ​ເລືອກ​ຕັ້ງ ສສຊ ຊຸດ​ທີ່ 13, ການ​ເລືອ​ກຕັ້ງສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ​ອາຍຸ​ການ 2011-2016 ຢ່າງ​ສຳ​ເລັດ​ຜົນ, ພ້ອມ​ກັນ​ນັ້ນ​ກໍ​ຂົນຂວາ​ຍປະຊາຊົນ​ທຸກ​ຊັ້ນ​ຄົນ ຍູ້​ແຮງ​ບັ້ນ​ຂົນຂວາຍ “ ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ​ຈິ​ມິນ”. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ສະ​ເໜີ ​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈົ່ງ​ສືບ​ຕໍ່​ເພີ່ມ​ທະວີ​ຍົກ​ສູງ​ຄຸນ​ນະພາ​ບັບນດາ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່​ທັດສະນະ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ​ເຖິງ​ປຊາ​ຊົນ​ທຸກ​ຊັ້ນ​ຄົນ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ​ຈິ​ມິນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ກ່າວ​ວ່າ:

“​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ​ຕ້ອງ​ປະຕິບັດ​ວຽກ​ງານ​ຈັດ​ຕັ້ງ, ປຸກລະດົມປະຊາຊົນ​ເຂົ້າ​ຮ່ວມ​ການ​ຄົ້ນພົບ, ຕໍ່ສູ້​ກັບ​ບັນດາ​ພະນັກງານ, ສະມາຊິກ​ພັກ​ທີ່​ມີ​ການ​ກະທຳສໍ້​ລາດ​ບັງ​ຫຼວງ​, ຟຸມ​ເຟືອຍ, ອາດຍາ​ສິດ, ​ເສື່ອ​ມທາດ​ຂາດ​ຄຸນ, ​ເຖິງວ່າຈະ​ແມ່ນ​ໃຜ, ຢູ່​ຂັ້ນໃດ, ຄວນສ້າງ​ຫາງ​ສຽງ​ສັງຄົມ​ເພື່ອ​ຕຳ​ນິຕິ​ຕຽນ​​ໄພ​ອັນຕະລາຍ​ນີ້. ສະ​ເໜີ​ຕໍ່​ພັກ, ລັດ ​ຢ່າງ​ທັນ​ການ​​ເພື່ອເຊີ​ດຊູ​ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ປົກ​ປັກ​ຮັກສາ​ຜູ້​ທີ່​​ໄດ້ຕໍ່​ສູ້​ກັບ​ໄພ​ສໍ້​ລາດ​ບັງ​ຫຼວງ, ​ປະກົດ​ການຫຍໍ້​ທໍ້​”

ກອງ​ປະຊຸມ​ຈະ​ອັດ​ລົງ​ໃນ​ວັນ​ທີ່ 12 ມັງກອນ.

ຂ່າວ/ບົດ​ອື່ນ