ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຢູ່ມາເລເຊຍ

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຢູ່ມາເລເຊຍ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​
ປະ​ເທດ​ຟ້າມ​ບີ່ງ​ມິງ​ ເຂົ້າ​ຮ່ວມກອງ​ປະ​ຊຸມ (ຜູ້​ທີ 5 ຈາກ​ເບື້ອງ​ຂວາ)
(ພາບ: AFP/ TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/4, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ (AMM) ​ໄດ້​ໄຂ​ຂຶ້ນຢູ່​ສູນ​ກອງ​ປະຊຸມ​ກົວ​ລາ​ລຳ​ເປີ​ ປະ​ເທດມາ​ເລ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 10 ທ່ານ​ ຂອງ​ບັນດາ​ປະ​ເທດ​ອາ​ຊຽນ. ກອງ​ປະຊຸມ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນ, ການ​ສ້າງ​ວິ​ໄສ​ທັດ​ຂອງ​ປະຊາ​ຄົມ​ອາ​ຊຽນ ຫຼັງ​ປີ 2015 ​ແລະ ບັນດາ​ເອກະສານ​ກ່ຽວຂ້ອງ, ກໍ່​ຄື​ບັນດາ​ຄວາມ​ກ້າວໜ້າ​ໃນ​ການ​ກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ປະ​ພືດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໃນ​ພາກ​ພື້ນ.

         ກອງ​ປະຊຸມ AMM ​ແມ່ນ​ເຫດການ​ເປີດ​ສາກ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 26, ທີ່​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 26-27/4. ພ້ອມ​ກັບ​ກອງ​ປະຊຸມ AMM, ບັນດາ​ກອງ​ປະຊຸມ​ອື່ນໆ​ຄື: ກອງ​ປະຊຸມ​ທາ​ບທາມ​ລັດຖະມົນຕີ​ເສດຖະກິດ​ອາຊຽນ ​ແລະ ຂ້າ​ຫຼວງ​ດ້ານ​ການ​ຄ້າ​ສະຫະພາບ​ເອີ​ລົບ​ຄັ້ງ​ທີ 13, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ​ອາ​ຊຽນຄັ້ງ​ທີ 12, ກອງ​ປະຊຸມ​ສະພາ​ປະສານ​ງານ​ອາ​ຊຽນຄັ້ງ​ທີ 16, ​ເວທີ​ປາ​ໄສ​ການ​ນຳ​ອາ​ຊຽນ ກໍ່​ດຳ​ເນີນ​ໃນ​ວັນ​ທີ 26/4 ນີ້.

ຂ່າວ/ບົດ​ອື່ນ