ໄຂກອງປະຊຸມສົ່ງເສີມ ການລົງທຶນເຂົ້າເຂດ ທົ່ງພຽງແມ່ນ້ຳຂອງ 2013


 ໄຂກອງປະຊຸມສົ່ງເສີມ ການລົງທຶນເຂົ້າເຂດ ທົ່ງພຽງແມ່ນ້ຳຂອງ 2013 - ảnh 1

(ພາບປະກອບ: laodong.com.vn)

 (vovworld)-  ​​​ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ​ໄດ້​ເຂົ້າຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ 2013 ຊື່​ງ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 25/11, ​ຢູ່​ແຂວງ​ຫວິ້ງ​ລອງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນສຸມ​ໃສ່​ປຶກສາ​ຫາລື​ການ​ປຸກລຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ດານ​ຜະລິດ​ເພື່ອ​ສ້າງ​ຄຸນຄ່າ​ສົ່ງ​ອອກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງກະສິກຳ, ສິນ​ໃນ​ນ້ຳຂອງເຂດ​ທົ່ງພຽງ​ແມ່ນ້ຳຂອງ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່ນ້ຳຂອງຕ້ອງສືບ​ຕໍ່​ປັບປຸງ ຮູບ​ແບບ​ຜະລິດ​ໃໝ່​ໃນ​ການ​ຮ່ວມ​ສຳພັນ​ຜະລິດ​, ຈຳໜ່າຍ​ຜະລິ​ດະ​ພັນ ​ແລະ ຍູ້​ແຮງ​ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ວິທະຍາສາດ​ເຕັກນິກ​ໃນ​ການ​ຜະລິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ສິນຄ້າ​ໃນ​ຕະຫຼາດ​ໂລກ. ຄຽງ​ຄູ່​ກັນນັ້ນ, ທ້ອງ​ຖີ່​ນຕ່າງໆ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ແຂວງ​​ໃນ​ເຂດ, ຮ່ວມ​ສຳພັນ​ກັບ​ນະຄອນ​ໂຮ່ຈິ​ມິນ ​ແລະ ​ເຂດ​ອື່ນໆ​ໃນ​ທົ່ວ​ປະ​ເທດ; ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ກົນ​ໄກ, ຂໍ້​ລິ​ເລີ່​ມ​ເພື່ອ​ແນ​ໃສ່​ພັດທະນາ ​ແລະ ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ເຂດ; ຮຽກຮ້ອງ​ໃຫ້​ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ​ລົງ​ທຶນ​ເຂົ້າ​ເຂດ​ນີ້​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂອງເຂດ​ທົ່ງພຽງ​ແມ່ນ້ຳຂອງ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ