ໄຂກອງປະຊຸມສຸດຍອດBRICSຄັ້ງທີ8ຢູ່ອິນເດຍ

ໄຂກອງປະຊຸມສຸດຍອດBRICSຄັ້ງທີ8ຢູ່ອິນເດຍ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ BRICS
(ພາບ: EPA/ TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 15/10 (ຕາມ​ເວ​ລາ​ທ້ອງ​ຖິ່ນ) , ຢູ່​ລັດ Goa ຂອງ ອິນ​ເດຍ, ກອງ​ປະ​ຊຸມ​ສຸດຍອດ​ຄັ້​ງທີ 8 ຂອງ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດັ່ນ​ (BRICS) ໄດ້​ເລີ່​ມ​ໄຂ​ຂຶ້ນ​ດ້ວຍ​ງານ​ລ້ຽງ​ການ​ທູດ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 5 ປະ​ເທດ​ສະ​ມາ​ຊິກນັ້ນ​ແມ່ນ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ Michel Temer, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi, ທ່ານ​ປະ​ທານ​ປະ​ເທດ ຈີນ ສື​ຈິ້ນ​ຜິງ, ທ່ານ​ປະ​ທາ​ນາ​ທ​ິ​ບໍ​ດີ ລັດ​ເຊຍ Vladimir Putin ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ຟ​ຣີ​ກາ​ໃຕ້ Jacob Zuma. ດ້ວ​ຍ​ບົດ​ບາດ​ເປັນ​ປະ​ທານ BRICS ປີນີ້, ອິນ​ເດຍ​ໄດ້​ຍົກ​ອອກ​ຫົວ​ຂໍ້ “ກໍ່​ສ້າງ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ກິ​ລິ​ຍາ​ໄວ, ຫຼາຍ​ພາກ​ສ່ວນ​ເຂົ້າ​ຮ່ວມ ແລະ ມີ​ລັກ​ສະ​ນະ​ລວມ​ໝູ່”. ຕາມ​ການ​ຄາດ​ຄະ​ເນ, ໃນ 2 ວັນ​ດຳ​ເນີນກອງ​ປະ​ຊຸມ, ບັນ​ດາ​ການ​ນຳ BRICS ຈະ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ແງ່​ຫວັງ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ການ​ເຕີບ​ໂຕ​ທົ່ວ​ໂລກ, ບົດ​ບາດ​ຂອງ BRICS ໃນ​ການ​​ຊັກ​ຈູງ​ການ​ເຕີບ​ໂຕ​ທົ່ວ​ໂລກ, ການ​ຮ່ວມ​ມື​ພາຍ​ໃນ BRICS.


ຂ່າວ/ບົດ​ອື່ນ