ໄຂກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ - ອີຢູ ຄັ້ງທີ 3

ໄຂກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ - ອີຢູ ຄັ້ງທີ 3 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ກ່າວຄຳເຫັນທີ່ກອງປະຊຸມ

(vovworld) – ກອງ​ປະຊຸມ​ສຸດ​ຍອດ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ - ອີ​ຢູ ຄັ້ງ​ທີ 3 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/3 ຢູ່​ຮ່າ​ໂນ້ຍ. ​ເຫດ​ການ​ນີ້​ນອນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດ​ຖະກິດ ອາຊຽນ ຄັ້ງ​ທີ 19 ​ແລະ ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ - ຂ້າ​ຫຼວງ​ໃຫຍ່​ການ​ຄ້າ ອີ​ຢູ ຄັ້ງ​ທີ 12. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ, ຂ້າ​ຫຼວງ​ໃຫຍ່​ການ​ຄ້າ ອີ​ຢູ Karel de Gucht, ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ, ບັນດາ​ລັດຖະມົນຕີ, ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ​ຕ່າງໆ ​ແລະ ວິ​ສາ​ຫະກິດ​ໃຫຍ່​ປະມານ 700 ​ແຫ່ງ​ທີ່​ມາ​ຈາກ​ສະຫະພາບ ​ເອີ​ລົບ ​ແລະ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

        ກອງ​ປະຊຸມ​ແມ່ນ​ໂອກາດ​​ເພື່ອໃຫ້​ວິ​ສາ​ຫະກິດ ອາຊຽນ ​ແລະ ສະຫະ​ພາບ ​ເອີ​ລົບ (ຫຼື ອີ​ຢູ) ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ເຊື່ອມ​ຕໍ່, ​ແລກປ່ຽນ​ໂດຍ​ກົງ, ສະ​ແດງ​ທັດສະນະ ກໍ່​ຄື​ບັນດາ​ຄວາມ​ຫວັງ, ຂໍ້​ສະ​ເໜີ​ແນະ​ຂອງ​ຕົນ ຕໍ​ບັນດາ​ອົງການ​ຄຸ້ມ​ຄອງ​ຂອງ ອາ​ຊຽນ ​ແລະ ອີ​ຢູ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ:

“ການສ້າງ​ປະຊາ​ຄົມ ອາ​ຊຽນ, ​ໃນ​ນັ້ນ ປະຊາ​ຄົມ​ເສດຖະກິດ​ແມ່ນ​ເສົາ​ຄ້ຳ ​ແມ່ນ​ຈຸດໝາຍ​ໃຫຍ່​ທີ່​ສຸດ​ຂອງ ອາ​ຊຽນ ​ໃນ​ປະຈຸ​ບັນ ​ແລະ ກໍ່​ແມ່ນ​ຂົງ​ເຂດ​ເຊິ່ງ ອາ​ຊຽນ ບັນລຸ​ໝາກຜົນ​ຫຼາຍ​ຢ່າງ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກປະຊາ​ຄົມວິ​ສາ​ຫະກິດ​ຢ່າງ​ຕັ້ງ​ໜ້າ​ທີ່ສຸດ. ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ຈະ​ສ້າງ​ສະພາບ​ແວດ​ລ້ອມ, ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ໝູນວຽນຂອງ​ແຫຼ່ງ​ເງິນ​ລົງທຶນ, ​ແລກປ່ຽນ​ການ​ຄ້າ, ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເປີດ​ກ້ວາງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ພົນລະ​ເມືອງ ອາ​ຊຽນ ກ່ວາ 600 ລ້ານ​ຄົນ”

ໄຂກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ - ອີຢູ ຄັ້ງທີ 3 - ảnh 2
ຜູ້ແທນເຂົ້າຮ່ວມກອງປະຊຸມ

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ​ໃນ 18 ປີຜ່ານມາ, ຍາມ​ໃດ ຫວຽດນາມ ກໍ່​ແມ່ນ​ສະມາຊິກ ຕັ້ງໜ້າ​ຂອງ ອາ​ຊຽນ. ​ເປັນ​ເຈົ້າ​ການ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ເພື່ອ​ປະກອບສ່ວນ​ສ້າງ​ກຸ່ມ​ ອາ​ຊຽນ ​ເຊື່ອມ​ຕໍ​ຢ່າງ​ແຮງ, ​ເປັນ​ເອກະ​ພາບ​ເພື່ອ​ການ​ພັດທະນາ​​ແບບວັດ​ທະນາ​ຖາ​ວອນ ​ແລະ ຮ່ວມ​ມື​ລວມ​ໃນ​ພາກ​ພື້ນ. ຍາມ​ໃດ ຫວຽດນາມ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ຄົບ​ຖ້ວນ ​ແລະ ​ເຄື່ອນ​ໄຫວ ຢ່າງ​ຕັ້ງໜ້າ, ມຸ້ງ​ໄປ​ເຖິງ​ຈຸດໝາ​ຍສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015. ​ໃນ​ປີ 2013, ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສູ້​ຊົນ​ເພື່ອ​ປະຊາ​ຄົມ ອາ​ຊຽນ “ສາມັກຄີ ​ແລະ ວັດທະນາ​ຖາ​ວອນ”, ດ້ວຍ​ຫົວ​ຂໍ້ “ປະຊາຊົນ - ​ໃນອະນາຄົດ​ຂອງພວກ​ເຮົາ​​ຮຽງ​ບາ​ຮຽງ​ໄຫຼ່”. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ກ່າວ​ຕໍ່​ໄປ​ວ່າ:

“ດ້ວຍ​ບົດບາດ​ແມ່ນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ ອາ​ຊຽນ - ອີ​ຢູ, ຍາມ​ໃດ ຫວຽດນາມ ກໍ່​ສະໜັບສະໜູນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ - ການ​ລົງທຶນ​ລະຫວ່າງ 2 ພາກ​ພື້ນນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີປະສິດທິ​ຜົນ ​ແລະ ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ​ໃນ​ຕົວ​ຈິງ​ແລ້ວ, ຫວຽດນາມ ພວມ​ຄ່ອຍໆ​ກາຍ​ເປັນ​ປະຕູ​ທີ່​ສຳຄັນ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ ດຳ​ເນີນ​ທຸລະ​ກິດ​ສາກົນ ສຳ​ພັດ​ການຕະຫຼາດ, ​ເປີດ​ກ້ວາງ​ການ​ລົງທຶນ​ຢູ່ ອາ​ຊຽນ ກໍ່​ຄື​ຕະຫຼາດ​ບັນດາ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ ອາ​ຊຽນ ກັບ ບັນດາ​ຄູ່​ຮ່ວມ​ມື. ພວກ​ຂ້າພະ​ເຈົ້າ​ຊົມ​ເຊີຍ ​ແລະ ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ເຂົ້າ​​ໃນຄວາມ​ມານະ​ພະຍາຍາມ​ລວມຂອງ ອາ​ຊຽນ ​ແລະ ອີ​ຢູ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ກຸ່ມ​ໃຫ້​ດີ​ຍິ່ງກ່ວາ​ອີກ.”

 

ຂ່າວ/ບົດ​ອື່ນ