ໄຂກອງປະຊຸມສູນກາງພັກຄັ້ງທີ9ຊຸດທີXI:ການສ້າງແລະພັດທະນາວັດທະນະທຳ,ຊາວຫວຽດນາມໃນໄລຍະໃຫມ່

ໄຂກອງປະຊຸມສູນກາງພັກຄັ້ງທີ9ຊຸດທີXI:ການສ້າງແລະພັດທະນາວັດທະນະທຳ,ຊາວຫວຽດນາມໃນໄລຍະໃຫມ່ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກ່າວຄຳປາໄສໄຂກອງປະຊຸມ
ພາບ:vtv.vn


(vovworld) -ຕອນ​ເຊົ້າ​ວັນ​ທີ 8/5, ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ XI ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ຈະ​ປຶກສາ​ຫາລື​ຫລາຍ​ເນື້ອ​ໃນ, ​ໃນ​ນັ້ນ​ ສະຫລຸບການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 5 ຊຸດ​ທີ VIII ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ ຫວຽດນາມ ທີ່​ກ້າວຫນ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ; ​ ບັນດາ ຮ່າງ​​ເອກະສານ​ຍື່ນ​ສະ​ເຫ​ນີຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XII ຂອງ​ພັກ, ​ການ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ XI ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ ​ແລະ ບັນຫາ​ສຳຄັນ​ອື່ນ​ຈຳ​ນວນ​ຫນຶ່ງ.

​ເມື່ອ​ເຕື້ອງ​ເຖິງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ VIII ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ ກ້າວຫນ້າ, ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັນ​ຫນັກ​ວ່າ:

“ກອງ​ປະຊຸມ​ຄວນ​ສຸມ​ໃສ່​ປຶກສາ​ຫາລື, ຢືນຢັນ​ບັນດາ​ໝາກຜົນ, ຜົນງານທີ່​ບັນລຸ​ໄດ້​    ພ​້ອມທັງ​ຊີ້​​ໃຫ້​ເຫັນ​ຂໍ້​ຈຳກັດ, ຄວາ​ມຂາດ​ຕົກ​ບົກ​ຜ່ອງ​ເພ່ືອ​ຖອດ​ຖອນ​ບົດຮຽນ; ສະ​ເຫ​ນີ: ສູນ​ກາງ ຄວນ​ພິຈາລະນາ, ຕົກລົງ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຂອງ​ການ​ສືບ​ທອດ, ​ເພີ່ມ​ເຕີມ, ພັດທະນາ​ມະຕິ​ສູ​ນກາງ​ຄັ້ງ​ທີ 5 ຊຸດ​ທີ VIII ​ເພື່ອ​ປະກາດ​ໃຊ້​ມະຕິ​ສະບັບ​ໃຫມ່​ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວ​ຫວຽດນາມ ດ້ວຍ​ບັນດາ​ເນື້ອ​ໃນ​ປ່ຽນ​ໃຫມ່​ຢ່າງ​ລະອຽດ, ຕອບ​ສະຫນອງ​ຄວາ​ມຮຽກຮ້ອງ​ຕ້ອງການ​ພັດທະນາ​ຢ່າງ​ວອ່ງ​ໄວ ​ແລະ ຍືນ​ຍົງ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃຫມ່”.

ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຊີ້​ແຈ​້ງວ່າ:​ ຕາມ​ແຜນການ, ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ ຈະ​ດຳ​ເນີນ​ໄປ​ໃນ​ຕົ້ນ​ປີ 2016. ສູນ​ກາງ​ຄວນ​ຍາດ​ເວລາ​ຄົ້ນຄ​ວ້າ​ເອກະສານ, ປຶກສາ​ຫາລື ​ແລະ ​ໃຫ້​ຄຳ​ເຫັນ​ສຳລັບ​ຫົວ​ເລື່ອງ​ສະ​ເພາະ ​ແລະ ​ແນວ​ຄິດ​ຊີ້​ນຳ​ຂອງ​ກອງ​ປະຊຸມ.

ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ​ແລະ ອຳນາດ​ການ​ປົກຄອງ​​ໃຫ້ນັບ​ມື້​ນັບ​ປອດ​​ໃສ, ​ເຂັ້ມ​ແຂງ, ທ່ານ​ເລ​ຂາ​ທິການ​ໃຫຍ່ ສະ​ເຫ​ນີ ສູນ​ກາງຄວນປຶ​ກສາ​ຫາ​ລື​ຢ່າງ​ລະອຽດ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງສູງກ່ຽວ​ກັບ​ບາງ​ບັນຫາ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ.

ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາການ​ນຳ​ອົງຄະນະ​ພັກ ​ແລະ ພະນັກງານ​ການ​ນຳ​ໃນ​ອົງການ​ພັກ, ລັດ, ​ແນວ​ໂຮມປະ​ເທດ​ຊາດ ​ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ​ການ​ເມືອງ ສັງຄົມ, ​ທ່ານ​ເລຂາທິການ​ໃຫຍ່ ​ເນັນ​ຫນັກວ່າ:“ ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ສະ​ເຫ​ນີສູນ​ກາງ ສຸມ​ໃສ່​ປຶກສາ​ຫາລື, ຢືນຢັນ​ດ້ານ​ດີ​, ບັນດາ​ບັນຫາ​ຄວນ​ປັບປຸງ, ​ເພີ່ມ​ເຕີມ​ຖອດ​ຖອນ​ບົດຮຽນ, ​ປະກອບ​ຄຳ​ເຫັນ​ຕໍ່​ບັນຫາ​ຄວນ​​ເພີ່ມ​ເຕີມ, ປັບປຸງ. ”

ຕາມ​ແຜນການ, ກອງ​ປະຊຸມ​ດັ່ງກ່າວ​ຈະ​ເຮັດ​ວຽກ​ຮອດ​ວັນ​ທີ 14/5/2014.

ຂ່າວ/ບົດ​ອື່ນ