ໄຂກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ

ໄຂກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ - ảnh 1
ກອງ​ປະ​ຊຸມຂອງສະ​ພາປຶ​ກ​ສາ​ການ​ເມືອງ​​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ

(vovworld) – ຕອນ​ບ່​າຍ​ວັນ​ທີ 3/3, ຢູ່​ນະ​ຄອນຫຼວງ ບັກ​ກິ່ງ,  ສະ​ພາປຶ​ກ​ສາ​ການ​ເມືອງ​​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ເຊິ່ງ​ແມ່ນ​ອົງ​ການ​ເຈ​ລະ​ຈາ ແລະ ປຶກ​ສາ​ການ​ເມືອງ​ສູງ​ສຸດ​ຂອງ ຈີນ ໄດ້​ໄຂ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ປະ​ຈຳ​ປີ​ຄັ້ງ​ທີ 5 ຊຸດ​ທີ 12. ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ເຢົ໋​າ​ເຈີງ​ຊິງ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​, ເນັ້ນ​ໜັກ​ວ່າ:

        “ປີ 2017 ແມ່ນ​ປ​ີ​ສຳ​ຄັນ​ໃນ​ການ​ວາງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມໄລ​ຍະ 5 ປີ​ຄັ້ງ​ທີ 13, ເຊິ່ງ​ແມ່ນ​ປີ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ ແລະ ແມ່ນ​ປີ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ ຈີນ ຄັ້ງ​ທີ 19, ຊາບ​ຊຶມ​​ເນື້ອ​ໃນ​ຈິດ​ໃຈກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 3, 4, 5 ແລະ ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 6, ຊາບ​ຊຶມ​ບັນ​ດາ​ການ​ຊີ້​ນຳ​ສຳ​ຄັນ ແລະ ບັນ​ດາ​ທັດ​ສະ​ນະ​ໃໝ່, ແນວ​ຄວາມ​ຄິດ​ໃໝ່, ຍຸດ​ທະ​ສາດ​ໃໝ່​ໃນ​ການ​ຄຸ້ມ​ຄອງ​ປະ​ເທດ​ຊາດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສີຈິ້ນ​ຜິງ, ວຽກ​ງານ​ປຶກ​ສາ​ການ​ເມືອງ​ຕ້ອງ: ສຸມ​ໃສ່​ກຳ​ນົດ​ທິດ​ແນວ​ຄວາມ​ຄິດ, ລະ​ດັບ​ບັນ​ດາ​ແຫຼ່ງ​ກຳ​ລັງ, ຊຸກ​ຍູ້​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ສັງ​ຄົມ​ຢ່າງ​​ກົມ​ກຽວ, ມີ​ສະ​ຖຽນ​ລະ​ພາບ​ສ້າງ​ຜົນ​ງານ​ຂ່ຳ​ນັບ​​ຊົມ​ເຊີຍ​ໄຊ​ຊະ​ນະ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19.”


ຂ່າວ/ບົດ​ອື່ນ