ໄຂກອງປະຊຸມສະໄໝສາມັນປະຈຳຊຸດທີ 38 ຂອງສະພາສິດທິມະນຸດ ສປຊ

(VOVWORLD) - ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນໆຢູ່ ເຊີແນວ, ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມນີ້.
ໄຂກອງປະຊຸມສະໄໝສາມັນປະຈຳຊຸດທີ 38 ຂອງສະພາສິດທິມະນຸດ ສປຊ - ảnh 1 ກອງປະຊຸມຂອງສະພາສິດທິມະນຸດ

ວັນທີ 18 ມິຖຸນາ, ທີ່ສຳນັກງານ ສປຊ ຢູ່ ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສປຊ ໄດ້ໄຂກອງປະຊຸມສະໄໝສາມັນປະຈຳຄັ້ງທີ 38. ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນໆຢູ່ ເຊີແນວ, ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມນີ້. ພາຍຫຼັງການໂອ້ລົມສົນທະນາກັບຂ້າຫຼວງໃຫຍ່ດ້ານສິດທິມະນຸດ ສປຊ, ກອງປະຊຸມຈະສືບຕໍ່ເຮັດວຽກຮອດວັນທີ 6 ກໍລະກົດ, ດ້ວຍໂຄງການດຳເນີນງານລວມມີ ບັນດາວາລະໂອ້ລົມສົນທະນາກ່ຽວກັບຫົວຂໍ້ຄື: ສິດທິຂອງແມ່ຍິງ, ການແພດ, ສິດການສຶກສາ, ໄພການຄ້າຂາຍມະນຸດ, ການອົບພະຍົບ… ກອງປະຊຸມຈະພິຈາລະນາບົດລາຍງານກ່ວາ 65 ບົດຂອງບັນດາກົນໄກ ສປຊ ກ່ຽວກັບສິດທິມະນຸດ, ຈັດຕັ້ງບັນດາການເຮັດວຽກຫົວເລື່ອງສະເພາະ. ພ້ອມກັນນັ້ນ, ກອງປະຊຸມກໍ່ຈະພິຈາລະນາຮັບຮອງເອົາບົດລາຍງານສຸດທ້າຍຂອງກົນໄກກວດກາສັງລວມຂອງ 14 ປະເທດ. ຄາດວ່າ, ສະໄໝປະຊຸມຄັ້ງທີ 38 ນີ້, ມີກ່ວາ 30 ຮ່າງມະຕິກ່ຽວກັບບັນຫາຫຼາຍຮູບແບບ ກ່ຽວຂ້ອງເຖິງສິດທິມະນຸດ ເຊິ່ງປະເທດຕ່າງໆຈະໄດ້ແນະນຳ ແລະ ສະພາສິດທິມະນຸດພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາ.

        ຕາມແຜນການແລ້ວ, ຫວຽດນາມ ຈະພ້ອມກັບບັນດາປະເທດ ບັງກະລາເທດ ແລະ ຟີລິບປິນ ແນະນຳຮ່າງມະຕິກ່ຽວກັບສິດທິແມ່ຍິງໃນສະພາບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ