ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 9 ຂອງລັດຖະບານຫວຽດນາມ

ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 9 ຂອງລັດຖະບານຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບບັນດາທ່ານ​ຮອງນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມ (ພາບ:chinhphudientu)


Vovworld- ວັນ​ທີ 27/9, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung , ລັດຖະບານ​ຫວຽດນາມ​ໄດ້​ໂຮມ​ ກອງປະຊຸມສະ​ໄໝ​ສາມັນ​ປະຈຳ​ເດືອນ 9 ​ເພື່ອ​ປຶກສາ​ຫາລື​ສະພາບ​ການ​ເສດຖະກິດ-ສັງຄົມ​ໃນ​ເດືອນ 9 ​ແລະ 9​ ເດືອນຕົ້ນ​ປີ 2012, ປະກອບ​ຄຳ​ເຫັນ​ໃສ່​ບາງ​ບັນຫາທີ່​ສຳຄັນ​ອື່ນໆ. ກ່າວ​ຄຳ​ເຫັນ​ສະຫຼຸບ ກອງປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັກວ່າ ​ເຖິງ​ວ່າການ​ເຕີບ​ໂຕ​​ເພີ່ມ​ຂຶ້ນ​ເປັນ​ກ້າວໆ, ຊີວິດ​ສັງຄົມ, ສະ​ຫວັດ​ດີກາ​ນສັງຄົມ​ໄດ້​ຮັບ​ການ​ຮັບປະກັນ, ​ແຕ່ ສະພາບ​ການ​ເສດຖະກິດ-ສັງຄົມຍັງ​ຄົງ​ມີ​ຂໍ້ຄົງຄ້າງ ​ແລະ ສິ່ງ​ຈຳກັດ​ຫຼາຍ​ຢ່າງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໃຫ້​ຄຳ​ຕັກ​ເຕືອນ​ວ່າ ບັນດາ​ກະຊວງ ຂະ​ແໜງ​ການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຄວນ​ເພີ່ມ​ທະວີ​ວຽກ​ງານຄາດ​ຄະ​ເນ​ເພື່ອ​ນຳ​ສະ​ເໜີ​ບັນດາ​ແຜນ​ນະ​ໂຍບາຍ, ວິທີ​ການ​ແກ້​ໄຂ​ກາຍ​ພັດທະນາ ເສດຖະກິດ - ສັງຄົມຢ່າງ​ມີ​ປະສິດທິ​ຜົນ ​ແລະ ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເໜີ​ວ່າ :

    “ ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ຕ້ອງ​ເລັ່ງ​ໃສ່​ຄວບ​ຄຸມ​ລາຄາ, ບໍ່​ປະ​ໃຫ້​ເກີດ​ເງິນ​ເຟີ້​ໃນ​ລະດັບ 2 ຕົວ​ເລກ. ປະຈຸ​ບັນ​ພວມ​ແມ່ນ 5,13%, ດັ່ງ​ນັ້ນ​ໃນ 3 ​ເດືອນ​ທ້າຍ​ປີ, ຖ້າ​ຫາກ​ຄວບ​ຄຸມ​ໃນ​ເດືອນ​ໜຶ່ງ​ເພີ່ມ​ຂຶ້ນ 1% ນັ້ນ, ​ແມ່ນ​ທັງ​ປີ ລະດັບ CPI ​ເພີ່​ມຂຶ້ນ​ປະມານ 8%. ສຳລັບສິ່ງ​ນີ້, ພວກ​ເຮົາສາມາດ​ເຮັດ​ໄດ້​ຢ່າງ​ແນ່ນ​ອນ. ການ​ຄວບ​ຄຸມ​ເງິນ​ເຟີ້ ຕິດ​ພັນ​ກັບ​ການ​ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ນັ້ນ, ບໍ່​ພຽງ​ແຕ່​ເພື່ອ​ໃຫ້​ປີ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ຊຸມ​ປີ​ຕໍ່ໆ​ໄປ​ອີກ​ດ້ວຍ. ”

ຂ່າວ/ບົດ​ອື່ນ