ໄຂກອງປະຊຸມສະໄໝສາມັນສະພາສິດທິມະນຸດສະຫະປະຊາຊາດ

(VOVWORLD) -ວັນທີ 10 ກັນຍາ, ຢູ່ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດສະຫະປະຊາຊາດ ໄດ້ໄຂກອງປະຊຸມສະໄໝສາມັນຄັ້ງທີ 39, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 47 ປະເທດສະມາຊິກ, ກວ່າ 100 ປະເທດສັງເກດການ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ.

ໄຂກອງປະຊຸມສະໄໝສາມັນສະພາສິດທິມະນຸດສະຫະປະຊາຊາດ - ảnh 1 ທ່ານເອກອັກຄະລັດຖະທູດ ເຢືອງຈິຢຸງ

(ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ເຢືອງຈິຢຸງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ເຊີແນວ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ Michelle Bachelet, ຂ້າຫຼວງໃຫຍ່ດ້ານສິດທິມະນຸດສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນ, ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ຖືວ່າ, ສະພາສິດທິມະນຸດອາດສາມາດ ແລະ ຕ້ອງແກ້ໄຂບັນດາບັນຫາສິດທິມະນຸດດ້ວຍຄວາມເຫັນດີເຫັນພ້ອມ, ເຖິງວ່າລະຫວ່າງບັນດາປະເທດສະມາຊິກຍັງຄົງຕົວຄວາມແຕກຕ່າງກັນຫຼາຍຢ່າງ, ໃນນັ້ນມີຄວາມແຕກຕ່າງດ້ານການເມືອງ. ທ່ານນາງໄດ້ຮຽກຮ້ອງທຸກໆປະເທດຄວນປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໂດຍບໍ່ມີການຈຳແນກ, ພ້ອມທັງເນັ້ນໜັກວ່າ ສະພາສິດທິມະນຸດບໍ່ພຽງແຕ່ຄັດເລືອກຊຸກຍູ້ໜຶ່ງ ຫຼື ບາງສິດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງມະນຸດ.

        ກອງປະຊຸມຈະດຳເນີນຮອດວັນທີ 28 ກັນຍາ ແລະ ຄາດວ່າຈະຮັບຮອງເອົາຮ່າງມະຕິກວ່າ 20 ສະບັບ ກ່ຽວກັບບັນດາບັນຫາຫຼາຍຮູບຫຼາຍແບບກ່ຽວກັບສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ