ໄຂ​ກອງ​ປະ​ຊຸມສາ​ກົນ​ ຄະ​ນະ​ກຳ​ມາທິ​ການ​ແມ່​ນ້ຳ​ຂ​ອງ

(VOVWORLD) -ກອງປະຊຸມສາກົນຄະນະກຳມາທິການແມ່ນ້ຳຂອງ ຄັ້ງທີ 4 ດ້ວຍຫົວຂໍ້ “ປ່ຽນແປງໃໝ່ ແລະ ຮ່ວມມື ເພື່ອຮັບປະກັນຄວາມໝັ້ນຄົງແຫຼ່ງຊັບພະຍາກອນນ້ຳ ແລະ ການພັດທະນາແບບຍືນຍົງຂອງເຂດອ່າງແມ່ນ້ຳຂອງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 02 ເມສາ ຢູ່ນະຄອນຫຼວງ ວຽງຈັນ.
ໄຂ​ກອງ​ປະ​ຊຸມສາ​ກົນ​ ຄະ​ນະ​ກຳ​ມາທິ​ການ​ແມ່​ນ້ຳ​ຂ​ອງ - ảnh 1ກອງປະຊຸມສາກົນ ຄະນະກຳມາທິການແມ່ນ້ຳຂອງ

ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາວ; ຜູ້ຕາງໜ້າຄະນະກຳມາທິການແມ່ນ້ຳຂອງ ສາກົນ (MRC); ຜູ້ຕາງໜ້າຄະນະກຳມາທິການແມ່ນ້ຳຂອງ ຂອງ 4 ປະເທດ MRC ເຊິ່ງລວມມີ ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ; ພ້ອມດ້ວຍນັກຊ່ຽວຊານກວ່າ 600 ທ່ານ ໃນພາກພື້ນ ແລະ ທົ່ວໂລກ ໃນບັນດາຂົງເຂດຊັບພະຍາກອນນ້ຳ ແລະ ແຫຼ່ງຊັບພະຍາກອນທຳມະຊາດອື່ນໆທີ່ກ່ຽວຂ້ອງ, ພະລັງງານ, ສະບຽງອາຫານ, ຄົມມະນາຄົມ, ການຄຸ້ມຄອງເຂດອ່າງແມ່ນ້ຳ...

        ໂດຍໄດ້ດຳເນີນໃນລະຫວ່າງວັນທີ 2 – 3 ເມສາ, ກອງປະຊຸມຈະສະເໜີ ແລະ ປຶກສາຫາລືກ່ຽວກັບຂໍ້ມູນທີ່ໄດ້ອັບເດດຫຼ້າສຸດ, ບັນດາມາດຕະການທີ່ມີຫົວຄິດປະດິດສ້າງທີ່ສຸດ ເຊິ່ງປິ່ນອ້ອມບັນຫາແມ່ນ້ຳຂອງ ແລະ ເຂດອ່າງແມ່ນ້ຳຂອງອື່ນໆ. ໝາກຜົນຂອງກອງປະຊຸມຄັ້ງນີ້ ຈະໄດ້ຍື່ນສະເໜີຕໍ່ກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມສຸດຍອດ MRC ເຊິ່ງຈະດຳເນີນໃນວັນທີ 4 – 5 ເມສາ ຈະມາເຖິງ. .

ຕອບກັບ

ຂ່າວ/ບົດ​ອື່ນ