ໄຂກອງປະຊຸມສຳມະນາສາກົນ “ກະຈາຍສຽງດີຈີຕອນ ແລະ ສະແດງເຕັກໂນໂລຊີ ADB+”

ໄຂກອງປະຊຸມສຳມະນາສາກົນ “ກະຈາຍສຽງດີຈີຕອນ ແລະ ສະແດງເຕັກໂນໂລຊີ ADB+” - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 26/07, ຢູ່​ຮ່າ​ໂນ້ຍ, ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ (VOV) ​ໄດ້​ສົມທົບ​ກັບສະຫະ​ສະມາຄົມ​ຈະ​ຈາ​ຍສຽງ - ​ໂທລະພາບ​ອາຊີ - ປາຊີ​ຟີ​ກ (ABU) ​ໄດ້​ໄຂກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ກະ​ຈາ​ຍສຽງ​ດີ​ຈີ​ຕອນ ​ແລະ ສະ​ແດງ​ເຕັກ​ໂນ​ໂລ​ຊີ ADB+”. ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ ນອນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ກະຈາຍສຽງ​ອາຊີ (RadioAsia) ​ເຊິ່ງດຳ​ເນີນ​ໄປ​ແຕ່​ວັນ​ທີ 29 – 31/07 ຈະ​ມາ​ເຖິງ. ​ໂດຍ VOV ​ເປັນ​ເຈົ້າພາບ​ຈັດ​ຕັ້ງ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກບັນ​ລະ​ຍາຍ​ໄດ້​ແບ່ງປັນ​ບົດຮຽນ​ໃນ​ລະບົບ​ກະຈາຍສຽງດີ​ຈີ​ຕອນ ​ແລະ ສະ​ແດງ​ເຕັກ​ໂນ​ໂລ​ຊີ ADB+ ​ເພື່ອ​ຊ່ວຍ​ໃຫ້​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ມີ​ຂໍ້​ມູນ​ເຕີ່​ມອີກ ​ໃນ​ການ​ເລືອກ​ເຟັ້ນ​ເຕັກ​ໂນ​ໂລ​ຊີ, ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ​ໃນ​ຂົງ​​ເຂດ​ກະຈາ​ຍສຽງ​ດີ​ຈີ​ຕອນ.
ຂ່າວ/ບົດ​ອື່ນ