ໄຂກອງປະຊຸມເທື່ອທີ 27 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ກອງປະຊຸມເທື່ອທີ 27 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 10 ກັນຍາ ແລະ ແກ່ຍາວເປັນເວລາ 10 ວັນ ຊຶ່ງຈະພິຈາລະນາ, ໃຫ້ຄຳເຫັນກ່ຽວກັບເນື້ອໃນຕ່າງໆ.
ໄຂກອງປະຊຸມເທື່ອທີ 27 ຄະນະປະຈຳສະພາແຫ່ງຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: quochoi.vn)

ທີ່ກອງປະຊຸມເທື່ອນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງ, ຮ້ອງທຸກປີ 2018; ບັນດາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງ, ຮ້ອງທຸກປີ 2018…ພິເສດ, ທີ່ກອງຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນໃສ່ແຜນການຈັດຕັ້ງປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ, ໃຫ້ສັດຕະຍາບັນທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ຕາມຂໍ້ກຳນົດທີ່ມະຕິເລກທີ 85 ຂອງສະພາແຫ່ງຊາດ ຫວຽດນາມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        “ປັດຈຸບັນຕາມການສະຖິຕິມີ 25 ປະເທດໄດ້ນຳໃຊ້ຮູບການມອບໝາຍໃຫ້ສານກຳນົດເຈົ້າຂອງກຳມະສິດຢ່າງຖືກຕ້ອງຕາມກົດໝາຍ. ວິທີນີ້ ຈະບໍ່ຂັດແຍ້ງກັນຕໍ່ການກຳນົດໃນປັດຈຸບັນກ່ຽວກັບຄວາມຮັບຜິດຊອບຢັ້ງຢືນ. ຍ້ອນວ່າ ກົດໝາຍໃນປັດຈຸບັນ ພວມກຳນົດບຸກຄົນທີ່ມີພັນທະແຈ້ງຊັບສົມບັດຕ້ອງມີຄວາມຮັບຜິດຊອບອະພິປາຍຕົ້ນກຳເນີດຊັບສົມບັດຂອງລາຍຮັບເພີ່ມເຕີມ. ແລະ ດ້ານອື່ນ ອົງການຄວບຄຸມກວດກາຊັບສົມບັດຍັງຄົງມີຄວາມຮັບຜິດຊອບຢັ້ງຢືນລັກສະນະບໍ່ເໝາະສົມຂອງຊັບສົມບັດ”.

ຕອບກັບ

ຂ່າວ/ບົດ​ອື່ນ