ໄຂກອງປະຊຸມເທື່ອທີ 40 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14

(VOVWORLD) - ແຕ່ວັນທີ 17 – 18 ທັນວາ 2019, ກອງປະຊຸມເທື່ອທີ 40 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະດຳເນີນຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫລວງ ຮ່າໂນ້ຍ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຈະເປັນປະທານກອງປະຊຸມ.

        ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນກ່ຽວກັບເນື້ອໃນຕ່າງໆຄື: ສັບຊ້ອນຫົວໜ່ວຍບໍລິຫານຂັ້ນຕາແສງ, ຂັ້ນເມືອງຢູ່ບາງແຂວງ, ນະຄອນທີ່ຂຶ້ນກັບສູນກາງ; ໂຄງການປະຕິບັດງານປີ 2020 ຂອງຄະນະປະຈຳສະພາແຫ່ງຊາດ; ໂຄງການເຄື່ອນໄຫວພົວພັນຕ່າງປະເທດປີ 2020 ຂອງຄະນະປະຈຳສະພາແຫ່ງຊາດ.

        ຄະນະປະຈຳສະພາແຫ່ງຊາດກໍ່ສະຫລຸບກອງປະຊຸມສະໄໝສາມັນເທື່ອທີ 8 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມຈັດຕັ້ງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 14.

ຕອບກັບ

ຂ່າວ/ບົດ​ອື່ນ