ໄຂກອງປະຊຸມໃຫຍ່ອົງຄະນະພັກຮ່າໂນ້ຍ ແລະ ຮຶງອຽນອາຍຸການ2015-2020

ໄຂກອງປະຊຸມໃຫຍ່ອົງຄະນະພັກຮ່າໂນ້ຍ ແລະ ຮຶງອຽນອາຍຸການ2015-2020 - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ
ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ​ໃຫຍ່)

(vovworld) - ຕອນ​ເຊົ້າ​ວັນ​ທີ 1/11, ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຮ່າ​ໂນ້ຍ ຄັ້ງ​ທີ 16, ອາຍຸ​ການ 2015-2020 ​ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຮ່າ​ໂນ້ຍ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ​ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ​ໃຫຍ່. ​ເຂົ້າ​ຮ່ວມ​ພິທີ​ໄຂ​ຍັງ​ມີ​ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ກຳມະການ​ກົມ​ການ​ເມືອງ, ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢູງ, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ບັນດາ ກຳມະການ​ກົມ​ການ​ເມືອງ, ບັນດາ​ການ​ນຳ, ອະດີດ​ແມ່ນ​ການ​ນຳ​ພັກ, ລັດ ​ແລະ​ ບັນດາ​ຜູ້ນຳ​ບັນດາ​ກະຊວງ, ຂະ​ແໜງ​ການສູນ​ກາງ ​ແລະ ບາງ​ທ້ອງ​ຖີ່​ນ. ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ​ນະຄອນ​ອາຍຸ​ການ 2010-2015 ຕີ​ລາຄາ​ວ່າ, 5 ປີຜ່ານມາ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ປະຕິບັດ​ບັນດາ​ມະຕິ​ຂອງ​ສູນ​ກາງ ​ແລະ ອົງຄະ​ນະ​ພັກ​ຢ່າງ​ມີ​ໄຊ, ບັນ​ລຸ​ໄດ້ຜົນ​ງານ​ສຳຄັນ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ຕ່າງໆ, ຍອດ​ຜະລິດ​ຕະພັນ​ໃນ​ທ້ອງ​ຖີ່​ນ (GRDP) ສະ​ເລ່ຍ​ໃນ 5 ປີບັນລຸ 9,3%, ສູງກວ່າ​ທົບ 1,6 ​ເທົ່າ, ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍລວມຂອງ​ທົ່ວ​ປະ​ເທດ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ​ເກືອ​ບ 83 ລ້ານ​ດົ່ງ (​ເທົ່າ​ກັບ 3.600 USD) ຍອດ​ລາຍ​ຮັບ​ງົບປະມານ​ໃນ​ນະຄອນ​ບັນລຸກວ່າ 714,5 ພັນ​ຕື້​ດົ່ງ, ລື່ນ​ກາຍ​ແຜນ​ງົບປະມານ, ​ເພີ່ມ​ຂຶ້ນ​ສະ​ເລ່ຍປະມານ 7,1%/ປີ. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ ສະ​ເໜີ​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ໃນ​ອາຍຸ​ການ 2015-2020 ຄວນ​ຍົກ​ສູງ​ນຳ້​ໃຈ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ສືບ​ຕໍ່​ປ່ຽນ​ໃໝ່​ຈີນ​ຕະນາ​ການ, ວິທີ​ຊີ້​ນຳ, ບໍລິຫານ, ຮັບປະກັນ​ປະສິດທິ​ຜົນ, ​ກໍ່ສ້າງ, ພັດທະນາ​ຮ່າ​ໂນ້ຍ​ ໃຫ້​ສົມ​ກັບ​ບົດບາດ, ທີ່​ຕັ້ງ​ຂອງ​ນະຄອນຫຼວງ, ​ແມ່ນ​ກຳລັງ​ໜູນ​ພັດທະນາ​ຂອງ​ເຂດ​ທົ່ງພຽງ​ແມ່​ນຳ້​ແດງ, ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ພາກ​ເໜືອ ​ແລະ ທົ່ວ​ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ ​ເນັ້ນ​ໜັກ​ວ່າ:

        “ຮ່າ​ໂນ້ຍຕ້ອງ​ນຳ​ໜ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ເສດຖະກິດ, ​ໃນ​ນັ້ນ​ຈຸດ​ສຸມ​ແມ່ນ​ສືບ​ຕໍ່​ປັບປຸງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ເສີມ​ຂະຫຍາຍ​ທຸກ​ຄວາມ​ສາມາດ ​ແລະ ​ແຫຼ່ງກຳລັງ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ; ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ, ປ່ຽນ​ໃໝ່​ການ​ສຶກສາ, ບຳລຸງ​ສ້າງໂດຍ​ພື້ນຖານ ​ແລະ ຮອບດ້ານ ຕິດ​ພັນ​ກັບ​ການ​ພັດທະນາ ​ແລະ ຍູ້​ແຮງ​ການ​ໝູນ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ. ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງ; ບັນດາ​ຂະ​ແໜງ, ຜະລິດ​ຕະພັນ​ອຸດສາຫະກຳ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ບໍ່​ສົ່ງ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ພັດທະນາ​ຊົນນະບົດ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ, ຍົກ​ສູງ​ມູນ​ຄ່າ​ເພີ່ມ, ຕິດ​ພັນ​ກັບ​ບັນດາ​ເຂດ​ປູກຝັງ​ສະ​ເພາະ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່; ​ແກ້​ໄຂ​ການ​ເຕີບ​ໂຕ​ເສດຖະກິດ ກັບ​ການ​ພັດທະນາ​ວັດທະນະທຳ​ຢ່າງ​ກົມ​ກ່ຽວ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ກັບ​ສາກົນ“.

        ທ່ານ​ເລຂາທິການ​ໃຫຍ່​ກໍ່​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ເລື່ອງ​ກໍ່ສ້າງ​ຊາວ​ຮ່າ​ໂນ້ຍ, ຮັກສາ​ມູນ​ເຊື້ອ​ອະລິຍະ​ທຳ​ຂອງນະຄອນຫຼວງ.

        “ຮ່າ​ໂນ້ຍ ອະລິຍະ​ທຳ​ນັບ​ພັນ​ປີ ​ແມ່ນ​ໂສມ​ໜ້າ, ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ. ຊາວ​ຮ່າ​ໂນ້ຍ ຕ້ອງ​ມີ​ວິຖີ​ຊີວິດ​ວັດທະນະທຳ, ​ເປັນ​ສັນຍາ​ລັກ​ວັດທະນະທຳ​ຂອງ​ຊາດຢ່າງ​ແທ້​ຈິງ. ນັ້ນ​ແມ່ນວິຖີ​ຊີວິດຮັກ​ແພງ​ມະນຸດ​ດ້ວຍ​ກັນ, ຈົ່ງ​ຮັກ​ພັກດີ, ບໍລິສຸດ, ​ເຄົາລົບ​ກົດໝາຍ. ຄຽງ​ຄູ່​ກັບ​ການ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ປະດິດ​ສ້າງ​ບັນດາ​ຄຸນຄ່າ​ວັດທະນະທຳ​ໃໝ່​ແລ້ວ, ຮ່າ​ໂນ້ຍ ຕ້ອງ​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ​ກວ່າ​ອີກ​ໃນ​ການ​ກໍ່ສ້າງ​ຊາວ​ຮ່​າໂນ້ຍ​ ໃຫ້​ມີສີວິ​ໄລ ​ແລະ ສຸພາບ“.

        ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​​ນະຄອນ​ຮ່າ​ໂນ້ຍ ຄັ້ງ​ທີ 16 ດຳ​ເນີນ​ເຖິງ​ວັນ​ທີ 3/11.

        ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​​ແຂວງຮຶງອຽນ ຄັ້ງ​ທີ 18 ກໍ່​ໄຂ​ຂຶ້ນ​ໃນ​ວັນ​ທີ 1/11​. ທ່ານ ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ​ໃຫຍ່. ຕາມ​ທ່ານ ຫງວຽນ​ທ້ຽນ​ເຍິນ ​ແລ້ວ, ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ ມີ​ລະດັບ​ຄອງ​ຊີບ​ສູງ​ກວ່າ, ​ແຂວງ​ຮຶງອຽນ​ ຄວນ​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ​ໃນ​ຂົງ​ເຂດ​ກະສິກຳ, ອຸດສາຫະກຳ, ການ​ບໍລິການ ​ແລະ ​ໃນ​ລະບົບ​ອົງການ​ຄຸ້ມ​ຄອງ​ລັດ. ທາງ​ແຂວງ​ຄວນ​ເອົາ​ໃຈ​ໃສ່​ຫັນປ່ຽນ​ຈາກ​ການ​ປູກ​ເຂົ້າ​ທີ່​ໃຫ້​ສະມັດ​ຕະພາບ ​ແລະ ປະສິດທິ​ຜົນ​ຕຳ່​ໄປ​ສູ່​ການ​ປູກຝັງ ​​ແລະ​ລ້ຽງສັດ​ທີ່​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ. ທາງ​ແຂວງ​ຄວນ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຊາວ​ກະສິກອນ​ຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດ​ທິຜົນ ​​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ, ກຳລັງແກ່ງ​ແຍ້​ງ​ໃນສະພາບ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​, ຫັນ​ກະສິກຳ​ເປັນ​ທັນ​ສະ​ໄໝ, ສ້າງ​ເປັນ​ບັນດາ​ສະຫະກອນ​ແບບ​ໃໝ່, ຮ່ວມ​ສຳພັນ​ກັບ​ບັນດາ​ວິ​ສາ​ຫະກິດ​ເພື່ອ​ຜະລິດ, ຮັບ​ໃຊ້​ຄວາ​ມຕ້ອງການ​ໃຊ້​ສອຍ​ຂອງ​ປະຊາຊົນ ​ແລະ ການສົ່ງ​ອອກ.

 

ຂ່າວ/ບົດ​ອື່ນ