ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 5 ສະມາຄົມນັກຮົບເກົ່າ

ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 5 ສະມາຄົມນັກຮົບເກົ່າ - ảnh 1
(ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ສະມາຄົມ​ນັກຮົບ​ເກົ່າ)

(vovworld) – ​ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ສະມາຄົມ​ນັກຮົບ​ເກົ່າໄດ້​ຖືກ​ໄຂ​ຂຶ້ນ​ຊຶ່ງມີ​ການ​ເຂົ້າ​ຮ່ວມ​ຂ​ອງນັກຮົບ​ເກົ່າ​ທີ​ເດັ່ນ​ໃນ​ທົ່ວ​ປະ​ເທດ 530 ຄົນ. ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ 25 ປີຜ່ານມາ, ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ​ພາລະບົດບາດ, ໜ້າ​ທີ່ ກາຍ​ເປັນອົງ​ການ​ຈັດ​ຕັ້ງການ​ເມືອງ - ສັງຄົມ​ທີ່​ເຂັ້ມ​ແຂງ, ມີ​ອິດທິ​ພົນ​ຊື່​ສຽງ​ສູງ ​ແລະ ປະຕິບັດ​ບົດບາດ, ເປັນຜູ້ຕາງໜ້າ​ໃຫ້​ເຈດ​ຈຳນົງ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​​ນັກຮົບ​ເກົ່າ. ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ວ່າ.

        “ຂະ​ບວນການ​ປະຕິບັດໜ້າ​ທີ່​ການ​ເມືອງ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ສະມາຄົມ​​ເປັນ​ຢ່າງ​ດີ, ນັ້ນແມ່ນ​ສາມັກ​ຄີ, ຂົນ​ຂວາ​ຍນັກຮົບ​​ເກົ່າເສີມ​ຂະຫຍາຍ​ຄຸນ​ນະ​ທາດ, ມູນ​ເຊື້ອ​ທະຫານ​ລຸງ​ໂຮ່, ​ເຂົ້າ​ຮ່ວມການ​ສ້າງສາ ​ແລະ ປ​ົກ​ປັກ​ຮັກສາ​ພັກ, ອຳນາດ​ການ​ປົກຄອງ ​ແລະ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຍົກ​ສູງ​ເຈດ​ຈຳນົງ​ເປັນ​ເຈົ້າ​ຕົນ​ເອງ, ບືນ​ຕົວ​ຂຶ້ນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ​ ກັນ​ພັດທະນາ​ເສດຖະກິດ. ພ້ອມ​​ກັນ​ນັ້ນ, ບັນດາ​ພະນັກງານ, ສະ​ມາ​ຊິກ​ສະມາຄົມ​ເຂົ້າ​ຮ່ວມ​ບັນດາ​ການ​​ແຂ່ງຂັນ​ຮັກ​ຊາດ, ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ​ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຂອງທັງ​ປະ​ເທດ​ເປັນຢ່າງ​ດີ”.

        ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ຂອງ​ສະມາຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ສະມາຄົມ​ທຸກ​ຂັ້ນ, ສະມາ​ຊິກ​ສະມາຄົມ ປະຕິບັດ​ແນວ​ຄິດ​ຂອງ​ປະທານ​​ໂຮ່ຈິ​ມິນ​ກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດຢ່າງ​ເຂັ້ມ​ງວດ. ສະມາຄົມ​ຕ້ອງ​ສົມທົບ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ປະຕິບັດ​ບັນດາ​ກົດ​ລະບຽບ, ຂໍ້​ກຳນົດ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ເປັນ​ຢ່າງ​ດີ…

ຂ່າວ/ບົດ​ອື່ນ