ໄຂການຊ້ອມຮົບຮ່ວມອາເມລິກາ - ໄທທີ່ມີຊື່ວ່າ “ງູເຫົ່າຄຳ” ປີ 2015 ຢູ່ໄທ


ໄຂການຊ້ອມຮົບຮ່ວມອາເມລິກາ - ໄທທີ່ມີຊື່ວ່າ “ງູເຫົ່າຄຳ” ປີ 2015 ຢູ່ໄທ - ảnh 1
ການ​ຊ້ອມ​ຮົບ​ຮ່ວມມີ​ການ​ເຂົ້າ​ຮ່ວມ​ຂອງ​ອາ​ເມ​ລິ​ກາ

(vovworld)- ວັນ​ທີ 9/2, ໄດ້​ໄຂ​ການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ລິ​ກາ - ໄທ​ທີ່​ມີ​ຊື່​ວ່າ “ງູ​ເຫົ່າຄຳ” ປີ 2015 ຢູ່​ບາງ​ແຂວງ​ພາກ​ເໜືອ ແລະ ພາກ​ກາງ​ໄທ. ຕາມ​ແຈ້ງ​ການ​ຂອງກອງ​ທັບ​ໄທ​ແລ້ວ, ການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ລິ​ກາ - ໄທ​ທີ່​ມີ​ຊື່​ວ່າ “ງູ​ເຫົ່າຄຳ” ປີ 2015ມີ​ການ​ເຂົ້າ​ຮ່ວມ​ຂອງ​ພົນ​ທະ​ຫານ​ປະ​ເທດ​ຕ່າງໆ​ລວມ​ທັງ​ໝົດ 13.000 ຄົນ, ສະ​ເພາະ​ອາ​ເມ​ລິ​ກາ​ມີ 3.600 ຄົນ. ການ​ຊ້ອມ​ຮົບ​ຄັ້ງ​ນີ້​ສຸມ​ໃສ່​ບັນ​ດາ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ, ການ​ຍິງ​ລູກ​ປືນ​ແທ້. ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຄັ້ງ​ນີ້, ຍັງ​ມີ​ກຳ​ລັງ​ກອງ​ທັບ​ຂອງ​ 7 ປະ​ເທດຄື: ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສ.ເກົາຫຼີ, ຍີ​ປຸ່ນ, ອີນ​ເດຍ ແລະ ຈີນ. ຫວຽດ​ນາມ​ກໍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ດ້ວຍ​ຖາ​ນະ​ເປັນ​ຜູ້​ສັງ​ເກດ​ການ.

ຂ່າວ/ບົດ​ອື່ນ