ໄຂການສອບເສັງ Olympic ຟີຊິກສາດອາຊີ ຄັ້ງທີ 19

(VOVWORLD) -ພິທີໄຂການສອບເສັງ Olympic ຟີຊິກສາດອາຊີ ຄັ້ງທີ 19 ( AphO 2018) ເຊິ່ງຖືກດໍາເນີນໃນຕອນເຊົ້າວັນທີ 06 ພຶດສະພາ 2018, ຢູ່ຮ່າໂນ້ຍ, ຫວຽດນາມ.

ເຂົ້າຮ່ວມພິທີໄຂການສອບເສັງ Olympic ມີທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຫຍ້າ; ປະທານ Olympic ຟີຊິກສາດອາຊີ Leong Chuan Kwek; ຜູ້ຕາງໜ້າ ຄະນະ, ຂະແໜງການຕ່າງໆ  ພ້ອມດ້ວຍຜູ້ສອບເສັງຈຳນວນ 188 ຄົນ, ການນຳຄະນະຕ່າງໆລວມ 50 ຄົນ ແລະ ຜູ້ສັງເກດການ 29 ຄົນມາຈາກ 25 ປະເທດ ແລະ ເຂດແຂ້ວນ. ໃນນັ້ນ, ທິມຊາດຫວຽດນາມມີ 08 ຄົນເຂົ້າຮ່ວມການສອບເສັງ.

ໄຂການສອບເສັງ Olympic ຟີຊິກສາດອາຊີ ຄັ້ງທີ 19  - ảnh 1ຜູ້ສອບເສັງ 08 ຄົນຂອງທິມຊາດຫວຽດນາມ 

ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຫຍ້າ ໃຫ້ຮູ້ວ່າ:

        “ຫວຽດນາມຍາມໃດກໍກຳນົດວິທະຍາສາດພື້ນຖານເວົ້າລວມ, ວິທະຍາສາດຟີຊິກສາດເວົ້າສະເພາະ, ແມ່ນສວມບົດບາດສຳຄັນເປັນພິເສດ ເພື່ອຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຢີ ແລະ ເຕັກນິກ, ໂດຍສະເພາະແມ່ນໃນສະພາບການປະຕິວັດອຸດສາຫະກຳ ຄັ້ງທີ 4 ພວມດຳເນີນຢ່າງແຮງໃນທົ່ວໂລກ. ລັດຖະບານຫວຽດນາມໄດ້ ແລະ ກຳລັງເອົາໃຈໃສ່ລົງທຶນເຂົ້າໃນການພັດທະນາຂອງວິທະຍາສາດຟີຊິກສາດຢູ່ຫວຽດນາມໃຫ້ດີກວ່າອີກໃນໄລຍະຈະມາເຖິງ”.


ຕອບກັບ

ຂ່າວ/ບົດ​ອື່ນ