ໄຂງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນ ຫວຽດ - ຈີນ ປີ 2019

(VOVWORLD) -ງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນ ຫວຽດນາມ - ຈີນ (ມ໊ອງກ໊າຍ - ຕຸງສິງ) ປີ 2019 ມີຫົວຂໍ້ “ເປີດກວ້າງການຮ່ວມມື - ພັດທະນາແບບຍືນຍົງ”.
ໄຂງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນ ຫວຽດ - ຈີນ ປີ 2019 - ảnh 1ພິທີໄຂງານຕະຫຼາດນັດ (ພາບ: TTXVN) 

ຕອນເຊົ້າວັນທີ 1 ທັນວາ, ຢູ່ສະໜາມຫຼວງ ສູນສື່ສານ ແລະ ວັດທະນະທໍາ ນະຄອນ ມ໊ອງກ໊າຍ, ແຂວງກວ໋າງນິງຂອງຫວຽດນາມ ໄດ້ໄຂງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນ ຫວຽດນາມ - ຈີນ (ມ໊ອງກ໊າຍ - ຕຸງສິງ) ປີ 2019. ດ້ວຍຫົວຂໍ້ “ເປີດກວ້າງການຮ່ວມມື - ພັດທະນາແບບຍືນຍົງ”, ຮ້ານວາງສະແດງຂາຍສິນຄ້າຂອງຫວຽດນາມ ແລະ ຈີນ 400 ຮ້ານໄດ້ເຂົ້າຮ່ວມ. ທ່ານ ຫງວຽນຕ໊ຽນຢຸງ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການປະຊາຊົນນະຄອນ ມ໊ອງກ໊າຍ ໃຫ້ຮູ້ວ່າ:

        “ງານຕະຫຼາດນັດແມ່ນຂົວຕໍ່ເພື່ອໃຫ້ບັນດາວິສາຫະກິດສອງຝ່າຍຊອກຫາຄູ່ຮ່ວມມືຮ່ວມທຸລະກິດ, ຮ່ວມສໍາພັນເປີດກວ້າງຕະຫຼາດ, ເພີ່ມທະວີການເຄື່ອນໄຫວສົ່ງເສີມ, ເປີດກວ້າງການລົງທຶນ, ພັດທະນາການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທໍາເຊິ່ງກັນແລະກັນ, ອັນໄດ້ປະກອບສ່ວນເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບ ແລະ ຮ່ວມມືພ້ອມກັນພັດທະນາລະຫວ່າງບັນດາທ້ອງຖິ່ນຢູ່ເຂດຊາຍແດນຂອງສອງປະເທດນັບມື້ນັບແທດຈິງ, ກ້າວເຂົ້າສູ່ລວງເລິກ,  ມີປະສິດທິຜົນກວ່າ ແລະ ປະກອບສ່ວນເຂົ້າໃນການສ້າງ ວັດທະນາຖາວອນລວມຂອງແຕ່ລະທ້ອງຖິ່ນ, ແຕ່ລະປະເທດ”.

        ງານວາງຕະຫຼາດນັດດັ່ງກ່າວ ໄດ້ດໍາເນີນໃນລະຫວ່າງວັນທີ 1 ຫາວັນທີ 7 ທັນວາ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງຜົນງານພັດທະນາເສດຖະກິດ - ສັງຄົມຂອງບັນດາທ້ອງຖິ່ນສອງປະເທດ; ກອງປະຊຸມເຊື່ອມຕໍ່ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ; ເວທີປາໄສໂຄສະນາສົ່ງເສີມການທ່ອງທ່ຽວ...ພ້ອມທັງມີລາຍການສະແດງສິລະປະອີີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ