ໄຂງານຕະຫຼາດນັດການຄ້າລາວ - ຫວຽດນາມ

ໄຂງານຕະຫຼາດນັດການຄ້າລາວ - ຫວຽດນາມ - ảnh 1
ພິທີ​ໄຂ​ງານຕະຫຼາດນັດ​ການ​ຄ້າ​ລາວ - ຫວຽດນາມ 2012
( ພາບ: ttnn.com.vn )


( vovworld ) – ຕອນ​ຄໍ່າ​ວັນ​ທີ 7/4, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າສອງ​ປະ​ເທດ​ຫວຽດນາມ - ລາວ ພ້ອມ​ກັບ​ອຳນາດ​ການ​ປົກຄອງ​​ແຂວງຈຳ​ປະ​ສັກ ​ໄດ້ສົມທົບ​ກັນ​ຈັດ​ຕັ້ງພິທີ​ໄຂ​ງານຕະຫຼາດນັດ​ການ​ຄ້າ​ລາວ - ຫວຽດນາມ 2012. ງານ​ຕະຫຼາດນັດ​ໄດ້​ດຶງ​ດູດ​​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະກິດ​ເກືອບ 100 ​ແຫ່ງ ດ້ວຍ​ຮ້ານ​ວາງສະ​ແດງ​ສິນ​ຄ້າ​ກວ່າ 180 ຮ້ານ. ນີ້​ແມ່ນ​ງານ​ຕະຫຼາດນັດ​ສາກົນ ຫວຽດນາມ - ລາວ ຄັ້ງ​ທຳ​ອິດ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ພາກ​ໃຕ້​ຂອງ​ລາວ, ​ແມ່ນ​ໜື່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປີ “ ​ແຫ່ງສາມັກຄີມິດຕະພາບ​ຫວຽດນາມ - ລາວ 2012 ”, ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານ​ການ​ທູດ ( 05/9/1962 – 05/9/2012 ) ​ແລະ 35 ປີ​ແຫ່ງ​ວັນ​ເຊັ່ນ​ສົນທິສັນຍາມິດຕະພາບ​ການຮ່ວມມື​ລະຫວ່າງ​ສອງ​ປະ​ເທດ ນີ້​ແມ່ນ​ໂອກາດ​ເພື່ອໂຄສະນາ​ສິນ​ຄ້າ ແລ​ະ ການ​ຮ່ວມ​ມື​ສ້າງ​ເຄືອຂ່າຍ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ​ຢ່າງ​​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ ປະ​ກອບ​ສ່ວນ​ຊຸກຍູ້​ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

        ​ແຕ່​ປີ 2005 ຮອດ​ປີ 2011, ວົງ​​ເງິນ​ຂາ​ອອກ​ຂາ​ເຂົ້າລະຫວ່າງ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ບໍ​ຢຸດ​ຢັ້ງ, ບັນລຸ​ລະດັບ​ສະ​ເລຍ 27%. ສອງ​ຝ່າຍ​ສູ້​ຊົນ​ບັນລຸ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ 2 ຕື້ USD ​ໃນ​ປີ 2015​.

ຂ່າວ/ບົດ​ອື່ນ