(VOVWORLD) - ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ມີຫົວຂໍ້ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ”
ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ງານຕະຫຼາດນັດ
(ພາບ: VTC News)
|
ຕອນຄ່ຳວັນທີ 25 ຕຸລາ, ຢູ່ສູນວາງສະແດງແຫ່ງຊາດ (ດົງແອັງ, ຮ່າໂນ້ຍ) ໄດ້ຈັດພິທີ ໄຂງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025. ເຂົ້າຮ່ວມພິທີໄຂມີ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳພັກ, ລັດ, ລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ; ບັນດາທ້ອງຖິ່ນ ແລະ ຜູ້ຕາງໜ້ານັບຮອຍວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ.
ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ມີຫົວຂໍ້ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ” ດ້ວຍການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ, ວິສາຫະກິດຂອງ ຫວຽດນາມ 2.500 ແຫ່ງ ແລະ ວິສາຫະກິດທີ່ມາຈາກບັນດາປະເທດປະມານ 100 ແຫ່ງ, ຄື: ຝລັ່ງ, ແບນຊິກ, ໂຮນລັງ, ໂອຕາລິດ, ຈີນ, ອິນເດຍ, ບັນດາປະເທດ ອາຊຽນ…
ບັນດາຮ້ານວາງສະແດງຢູ່ງານຕະຫຼາດນັດໄດ້ວາງສະແດງ, ໂຄສະນາບັນດາຜະລິດຕະພັນໃນຂົງເຂດອຸດສາຫະກຳ, ການຄ້າ, ເຄື່ອງໃຊ້ສອຍ, ວາງສະແດງຮູບທິວທັດ, ຮູບແບບປະດິດຄິດສ້າງຂອງ ຮ່າໂນ້ຍ… ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ:
“ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ບໍ່ພຽງແຕ່ເປີດແຫ່ງເຊື່ອມຕໍ່ໃໝ່ລະຫວ່າງວິສາຫະກິດ ແລະ ຜູ້ບໍລິໂພກ, ລະຫວ່າງ ຫວຽດນາມ ແລະ ໂລກ, ລະຫວ່າງມະນຸດກັບການຜະລິດດຳເນີນທຸລະກິດເທົ່ານັ້ນ, ຫາກສຳຄັນກວ່າແມ່ນເປັນແຫ່ງ “ເລີ່ມແຫຼ່ງປະດິດຄິດສ້າງ - ພູມປັນຍາໄດ້ແຜ່ແສງສະຫວ່າງ - ພົບປະແລກປ່ຽນ, ຮ່ຳຮຽນ - ຢືນຢັນຄຸນນະທາດ - ແຜ່ກະຈາຍຄວາມເອກອ້າງທະນົງໃຈ” ແລະ ຈິດໃຈ “ລັດສ້າງສັນ - ວິສາຫະກິດນຳໜ້າ - ພາກລັດ ເອກະຊົນຮ່ວມເດີນທາງ - ປະເທດຊາດຮັ່ງມີເຂັ້ມແຂງ - ປະຊາຊົນມີຄວາມຜາສຸກ” ອີກດ້ວຍ.
ໂດຍໄດ້ຈັດຂຶ້ນແຕ່ວັນທີ 25 ຕຸລາ ຮອດວັນທີ 04 ພະຈິກ, ຄະນະຈັດຕັ້ງຫວັງວ່າຈະໄດ້ຕ້ອນຮັບແຂກເຂົ້າມາຢ້ຽມຊົມກວ່າ 500.000 ເທື່ອຄົນ/ວັນ.